ຫວຽດນາມ ແລະ ຍີປຸ່ນ ດຳເນີນການ ສົນທະນາຍຸດທະສາດ ປ້ອງກັນຊາດຄັ້ງທີ່ 1

ຫວຽດນາມ ແລະ ຍີປຸ່ນ ດຳເນີນການ ສົນທະນາຍຸດທະສາດ ປ້ອງກັນຊາດຄັ້ງທີ່ 1 - ảnh 1
(ພາບ​ປະກອບ)


Vovworld-  ຕອນ​ເຊົ້າ​ວັນ​ທີ 26/11, ຢູ່ຮ່າໂນ້ຍ, ຫວຽດນາມ ແລະ ຍີປຸ່ນໄດ້ດຳເນີນການສົນທະນາຫາລື ຍຸດທະສາດ ປ້ອງກັນຊາດຂັ້ນຮອງລັດຖະມົນຕີຄັ້ງທີ່ 1 ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນ​ປະ​ເທດ​ຫວຽດນາມ ຫງວຽນ​ຈີ້​ຫວິ້ງ ​ແລະ ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນ​ປະ​ເທດ​ຍີ​ປຸ່ນ Hironori Kanazawa . 2 ຝ່າຍ​ໄດ້​ເປັນ​ເອກະສັນ​ນຳ​ກັນ​ວ່າ ​ໃນ​ໄລຍະ​ທີ່​ຜ່ານ​ມາ, ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ​ປຸ່ນ ພວມ​ກ້າວ​ສູ່​ໄລ​ຍະ​ພັດ​ທະນາ​ໃໝ່ ​ແລະ ​ເຂົ້າ​ສູ່​ລວງ​ເລິກ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ຮ່ວມ​ມືປ້ອງ​ກັນຊາ​ດ. ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື, 2 ​ຝ່າ​ຍ​ເຫັນ​ດີ​ໃນ​ຫຼາຍ​ມາດ​ຕະການ​ແນ​ໃສ່​ເພີ່ມ​ທະວີ, ຊຸກຍູ້​ການ ຮ່ວມ​ມືປ້ອງ​ກັນຊາ​ດ 2 ຝ່າຍ​ໃນ​ຂົງ​ເຂດ​ແລກປ່ຽນ​ຄະນະ​ຜູ້​ແທນ, ບຳລຸງ​ສ້າງ​, ​ແລກປ່ຽນ​ບົດຮຽນ, ​ເຂົ້າ​ຮ່ວມ​ປົກ​ປັກ​ຮັກສາ​ສັນຕິພາບ, ​ເກັບ​ກູ້​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ, ​ເສນາຣັກ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ສະ​ຖາ​ບັນ​ຄົ້ນ​ຄ້ວາ ​ແລະ ຮັບ​ມື​ກັບ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ. ​ໃນ​ວັນ​ດຽວ​ກັນ, ທ່ານລັດຖະມົນຕີ ກະຊວງປ້ອງກັນ​ປະ​ເທດ​ຫວຽດນາມ ຟຸ່ງກວາງ​ແທງ​ກໍ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນ​ປະ​ເທດ​ຍີ​ປຸ່ນ Hironori Kanazawa ຢ່າງ​ສະ​ໜິດສະໜົມ .

 

 

 

ຂ່າວ/ບົດ​ອື່ນ