ຫວຽດນາມ ແລະ ຕານຊາເນຍເພີ່ມທະວີການຮ່ວມມືດ້ານການຄ້າ

(VOVWORLD) -ທ່ານນາຍົກລັດຖະລັດຖະມົນຕີ ຫງວຽນຊວນຟຸກຢືນຢັນວ່າ ຫວຽດນາມຍາມໃດກໍຖືຕານຊາເນຍເປັນຄູ່ຮ່ວມມື ທີ່ມີຄວາມສາມາດບົ່ມຊ້ອນໃນອາຟຣິກາ
ຫວຽດນາມ ແລະ ຕານຊາເນຍເພີ່ມທະວີການຮ່ວມມືດ້ານການຄ້າ - ảnh 1 ທ່ານນາຍົກລັດຖະລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນບັນດາລັດຖະມົນຕີ Tanzanian 

ຕອນບ່າຍວັນທີ 1 ສິງຫາ, ທ່ານນາຍົກລັດຖະລັດຖະມົນຕີ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດາລັດຖະມົນຕີ Tanzanian ຊຶ່ງລວມມີລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນ Charles J.Mwijage ແລະ ລັດຖະມົນຕີກະຊວງກະສິກໍາ, ການລ້ຽງສັດແລະການປະມົງ Charles J.Tizeba. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະລັດຖະມົນຕີ ຫງວຽນຊວນຟຸກຢືນຢັນວ່າ ຫວຽດນາມຍາມໃດກໍຖືຕານຊາເນຍເປັນຄູ່ຮ່ວມມື ທີ່ມີຄວາມສາມາດບົ່ມຊ້ອນໃນອາຟຣິກາ.  ທ່ານນາຍົກລັດຖະລັດຖະມົນຕີ ຫງວຽນຊວນຟຸກໄດ້ສະໜີໃຫ້ທັງສອງປະເທດສຳເລັດການເຈລະຈາ, ເຊັນສັນຍາຫຼີກເວັ້ນການເກັບພາສີຊ້ອນ ແລະ ສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ. ທ່ານນາຍົກລັດຖະລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ວົງເງິນການຄ້າ 2 ຝ່າຍຈະບັນລຸ 1 ຕື້ USD ຄືການນຳຂອງ 2 ປະເທດໄດ້ວາງອອກ.

   ສ່ວນທ່ານ ລັດຖະມົນຕີກະຊວງການຄ້າແລະການລົງທຶນ Charles J.Mwijage ໃຫ້ຮູ້ວ່າ ຕານຊາເນຍພວມພະຍາຍາມປະຕິບັດການຫັນປະເທດຊາດເປັນອຸດສາຫະກຳເພື່ອນຳປະເທດຕົນມີລາຍຮັບປານກາງໃນ 2025. ດັ່ງນັ້ນຈຶ່ງຮຽກຮ້ອງບັນດາບໍລິສັດຫວຽດນາມເຂົ້າມາລົງທຶນໃນບັນດາຂົງເຂດຕັດຫຍິບ, , ເກີບ, ນ້ຳມັນພືດ, ຜັກໝາກໄມ້, ຊີມັງ, ບັນດາເຂດອຸດສາຫະກຳ, ເຂດເສດຖະກິດພິເສດ. 

ຕອບກັບ

ຂ່າວ/ບົດ​ອື່ນ