ຫວຽດນາມ ແລະ ນິວຊີແລນ ວາງເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 1,7 ຕື້ USD

(VOVWORLD) -ວັນທີ 12 ມິຖຸນາ, ຢູ່ນະຄອນຫຼວງ Wellington,  ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ນິວຊີແລນ ຕ້າວັນທົງ ໄດ້ຍື່ນສານແຕ່ງຕັ້ງຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຕໍ່ ທ່ານນາງ Dame Patsy Reddy ຜູ້ມີອຳນາດເຕັມ ແຫ່ງ ນິວຊີແລນ.

ຫວຽດນາມ ແລະ ນິວຊີແລນ ວາງເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 1,7 ຕື້ USD - ảnh 1ທ່ານເອກອັກຄະລັດຖະທູດ ຕ້າວັນທົງ ແລະທ່ານນາງ Dame Patsy Reddy ຜູ້ມີອຳນາດເຕັມ ແຫ່ງ ນິວຊີແລນ

(ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານນາງຜູ້ມີອຳນາດເຕັມ ແຫ່ງ ນິວຊີແລນ Reddy ໄດ້ອວຍພອນທ່ານເອກອັກຄະລັດຖະທູດ ຕ້າວັນທົງ ທີ່ໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນ ເອກອັກຄະລັດຖະທູດຫວຽດນາມປະຈຳ ນິວຊີແລນ. ທ່ານນາງ Reddy ຊົມເຊີຍບັນດາບາດກ້າວພັດທະນາຢ່າງແຮງໃນການພົວພັນລະຫວ່າງສອງປະເທດຕະຫຼອດ 43 ປີຜ່ານມາ, ນັບແຕ່ເມື່ອສອງປະເທດ ໄດ້ສ້າງຕັ້ງການພົວພັນທາງການທູດໃນບັນດາຂົງເຂດ ຄື ການເມືອງ, ການປ້ອງກັນຄວາມສະຫງົບ, ເສດຖະກິດການຄ້າ ແລະ ການພົບປະແລກປ່ຽນປະຊາຊົນ. ໃນຂົງເຂດຫຼາຍຝ່າຍ, ຜູ້ມີອຳນາດເຕັມ ແຫ່ງ ນິວຊີແລນ ເນັ້ນໜັກວ່າ ຫວຽດນາມ ສວມບົດບາດສຳຄັນຢູ່ໃນບັນດາລະບອບລະບຽບການຫຼາຍຝ່າຍ ຄືອົງການການຄ້າໂລກ, ເວທີປາໄສການຮ່ວມມືດ້ານເສດຖະກິດອາຊີ - ປາຊີຟິກ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ກໍຄືບັນດາສັນຍາການຄ້າເສລີ FTA ASEAN - ອົດສະຕາລີ - ນິວຊີແລນ ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ.

ທ່ານ ເອກອັກຄະລັດຖະທູດ ຕ້າວັນທົງ ໃຫ້ຄຳໝັ້ນສັນຍາວ່າ ໃນຖານະຕຳແໜ່ງຂອງຕົນ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນເລື່ອງພັດທະນາການພົວພັນມິດຕະພາບ, ການຮ່ວມມື ອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ