ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ເພີ່ມທະວີການສົມທົບກັນ

(VOVWORLD) - ຫວຽດນາມ ຈະຕັ້ງໜ້າຊຸກຍູ້ບັນດາໂຄງການຮ່ວມມືໃຫ້ແທດຈິງລະຫວ່າງ ອາຊຽນ ແລະ ອັງກິດ ບົນຖານະຕຳແໜ່ງເປັນປະເທດປະສານງານການພົວພັນ ອາຊຽນ - ອັງກິດ, ໄລຍະ 2024 – 2027.
ຫວຽດນາມ ແລະ ລາຊະອານາຈັກ ອັງກິດ ເພີ່ມທະວີການສົມທົບກັນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ
(ພາບປະກອບ: TTXVN)

        ຫວຽດນາມ ສະໜັບສະໜູນ ລາຊະອານາຈັກ ອັງກິດ ໃນວິວັດການເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP). ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຢືນຢັນຄືດັ່ງກ່າວທີ່ການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ແລະ ພັດທະນາ ອັງກິດ David Cameron, ໃນຕອນບ່າຍວັນທີ 10 ພຶດສະພາ. ທ່ານ ບຸຍແທັງເຊີນ ກໍ່ໃຫ້ຮູ້ວ່າ, ຫວຽດນາມ ຈະຕັ້ງໜ້າຊຸກຍູ້ບັນດາໂຄງການຮ່ວມມືໃຫ້ແທດຈິງລະຫວ່າງ ອາຊຽນ ແລະ ອັງກິດ ບົນຖານະຕຳແໜ່ງເປັນປະເທດປະສານງານການພົວພັນ ອາຊຽນ - ອັງກິດ, ໄລຍະ 2024 – 2027.

        ສ່ວນທ່ານລັດຖະມົນຕີ David Cameron ຢືນຢັນວ່າ, ອັງກິດ ຖືເປັນສຳຄັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ; ທ່ານເນັ້ນໜັກວ່າ, ອັງກິດ ຈະສືບຕໍ່ຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດແບບຍືນຍົງ; ທ່ານສະເໜີໃຫ້ 2 ປະເທດສືບຕໍ່ຍູ້ແຮງການຮ່ວມມືກ່ຽວກັບບັນຫາອົບພະຍົບ, ຄຸ້ມຄອງການເຂົ້າອອກເມືອງ, ການປ້ອງກັນ, ຕ້ານການອົບພະຍົບແບບເສລີ.

ຕອບກັບ

ຂ່າວ/ບົດ​ອື່ນ