ຫວຽດນາມ ແລະ ສະວິດເພີ່ມທະວີການຮ່ວມມືທາງດ້ານນິຕິບັນຍັດ

ຫວຽດນາມ ແລະ ສະວິດເພີ່ມທະວີການຮ່ວມມືທາງດ້ານນິຕິບັນຍັດ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ແລະ ທ່ານປະ​ທານ​ສະ​ພາ​ແຫ່ງ​ລັດ​ສະ​ວິດ Ivo Bischofberger

(vovworl)- ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ລັດ​ແຫ່ງສະ​ຫະ​ພັນ​ສະ​ວິດ ໂດຍ​ທ່ານປະ​ທານ​ສະ​ພາ​ແຫ່ງ​ລັດ​ສະ​ວິດ Ivo Bischofberger ນຳ​ໜ້າ ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 28-31/3. ຕອນ​ເຊົ້າ​ວັນ​ທີ 29/3, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ແລະ ທ່ານປະ​ທານ​ສະ​ພາ​ແຫ່ງ​ລັດ​ສະ​ວິດ Ivo Bischofberger ໄດ້​ມີ​ການ​ເຈ​ລະ​ຈາ. 2 ຝ່າຍ​ໄດ້​ພ້ອມ​ກັນ​ແບ່ງ​ປັນ​ບົດ​ຮຽນ​ໃນ​ຂົງ​ເຂດ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ໃນ​ນັ້ນ ຫວຽດ​ນາມ​ຫວັງວ່າ​ສະ​ວິດຈະ​ໃຫ້​ການ​ແລກ​ປ່ຽນ​ບົດ​ຮຽນ ແລະ    ຫນູນຊ່ວຍ​ເຕັກ​ນິກ​ໃນ​ວຽກ​ງານ​ສ້າງ​ກົດ​ໝາຍ​ໃນ​ ຂົງ​ເຂດ​ຮັກ​ສາ​ສິ່ງ​ແວດ​ລ້ອມ. 2 ຝ່າຍ​ເຫັນ​ດີ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ຈະ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນໃນ​ຂົງ​ເຂດ​ສຶກ​ສາ ແລະ ບຳ​ລຸງ​ສ້າງ, ພິ​ເສດ​ແມ່ນ​ໃນ​ການ​ບຳ​ລຸງ​ສ້າງວິ​ຊາ​ຊີບ​ທີ່​ມີ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ພວມ​ລົງ​ທຶນ​ຢູ່​ຫວຽດ​ນາມ. ກ່ຽວ​ກັບ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ລະ​ຫວ່າງ 2 ປະ​ເທດ, ຜູ້​ນຳ​ທັງ 2 ຢືນ​ຢັນ​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຈະ​ຊຸກ​ຍູ້​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ບັນ​ດາ​ກຳ​ມາ​ທິ​ການ, ກຸ່ມ ສ.ສ.ຊ ມິດ​ຕະ​ພາບ ແນ​ໃສ່​ເພີ່ມ​ຄວາມ​ເຂົ້າ​ໃຈ ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ ແລະ ກັນ.

      ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບທ່ານປະ​ທານ​ສະ​ພາ​ແຫ່ງ​ລັດ​ສະ​ວິດ Ivo Bischofberger. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊືນ​ຕໍ່​ໜ້າ​ການ​ພັດ​ທະ​ນາ​ຢ່າງ​ດີງ​ງາມ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ, ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ການ​ຄ້າ ແລະ ການ​ລົງ​ທຶນ…. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ເນັ້ນ​ໜັກ​ເຖິງ​ເລື່ອງ​ຫວຽດ​ນາມ​ຊົມ​ເຊີຍ ແລະ ຫວັງ​ໃຫ້​ນັບ​ມື້​ນັບ​ມີ​ວິ​ສາ​ຫະ​ກິດ​ສະ​ວິດຫຼາຍ​ແຫ່ງ​ເຂົ້​າມາລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ.

    ສ່ວນທ່ານປະ​ທານ​ສະ​ພາ​ແຫ່ງ​ລັດ​ສະ​ວິດ Ivo Bischofberger ຕີລາ​ຄາ​ສູງການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ໃຫ້​ຮູ້​ວ່າ ສະ​ວິດ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ​ທີ່​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ແລະ ຈະ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການນີ້. ທ່ານປະ​ທານ​ສະ​ພາ​ແຫ່ງ​ລັດ​ສະ​ວິດ Ivo Bischofberger ສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ ສ.ປ.ຊ ອາ​ຍຸ​ການ 2020-2021.
ຂ່າວ/ບົດ​ອື່ນ