ຫວຽດ​ນາມ ແລະ ອັງ​ກິດ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ສຶ​ກ​ສາ​ວິ​ຊາ​ຊີບ

(VOVWORLD) -ຕອນເຊົ້າວັນທີ 5 ເມສາ, ຢູ່ຮ່າໂນ້ຍ ໄດ້ດຳເນີນ “ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດການສຶກສາວິຊາຊີບລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ສະຫະພັນ ລາຊະອານາຈັກອັງກກິດ ແລະ ອຽກລັງເໜືອ”.
ຫວຽດ​ນາມ ແລະ ອັງ​ກິດ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ສຶ​ກ​ສາ​ວິ​ຊາ​ຊີບ - ảnh 1ພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດການສຶກສາວິຊາຊີບລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ສະຫະພັນ ລາຊະອານາຈັກອັງກກິດ ແລະ ອຽກລັງເໜືອ” (ພາບ:  VOV)

ບົດບັນທຶກຊ່ວຍຈຳສະບັບນີ້ໄດ້ສ້າງກອບນິຕິກຳໃຫ້ແກ່ການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ແລະ ອັງກິດ ໃນຂົງເຂດສຶກສາວິຊາຊີບ, ປະກອບສ່ວນເຂົ້າໃນການຊຸກຍູ້ເປົ້າໝາຍພັດທະນາການສຶກສາວິຊາຊີບ ຢູ່ ຫວຽດນາມ. ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວງອກຢຸງ ໃຫ້ຮູ້ວ່າ:

        “ປັດຈຸບັນ, ຫວຽດນາມ ມີຮາກຖານການສຶກສາວິຊາຊີບ 1.929 ແຫ່ງ. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງລັດຖະບານ ອັງກິດ, ຮຽງບ່າຮຽງໄຫຼ່ໃຫ້ການໜູນຊ່ວຍດ້ານການສຶກສາເວົ້າລວມໃນໄລຍະຜ່ານມາ. ໂດຍສະເພາະແມ່ນຊຸດບຳລຸງສ້າງໄລຍະສັ້ນ ເພື່ອຍົກລະດັບຄຸນນະພາບຂອງຄູອາຈານກ່ຽວກັບຄວາມຮູ້ດຳເນີນທຸລະກິດ ແລະ ການເລີ່ມຕົ້ນທຸລະກິດ; ວິທີການບຳລຸງວິຊາຊີບຕາມກຳລັງຄວາມສາມາດ; ບຳລຸງສ້າງພາສາອັງກິດໂດຍລົງເລິກຂະແໜງໃຫ້ແກ່ຄູສອນວິຊາຊີບຈຸດສຸມສາກົນ, ພາກພື້ນ ອາຊຽນ…”


ຕອບກັບ

ຂ່າວ/ບົດ​ອື່ນ