ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຊ​ຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) -        ຕອນເຊົ້າວັນທີ 03 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໄດ້ໂອ້ລົມກັບທ່ານນາງ Katrina Cooper - ຮອງລັດຖະມົນຕີຮັບຜິດຊອບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ກຸ່ມຄູ່ຮ່ວມມືທົ່ວໂລກ, ຫົວໜ້າ SOM ASEAN, ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ພວມຢູ່ຢ້ຽມຢາມ ຫວຽດນາມ ແຕ່ວັນທີ 2 – 4 ມີນາ 2022.
ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ຊ​ຸກ​ຍູ້​ການ​ພົວ​ພັນ​ສອງ​ຝ່າຍ - ảnh 1ການໂອ້ລົມລະຫວ່າງຮອງລັດຖະມົນຕີການຕ່າງປະເທດສອງປະເທດ (ພາບ: baoquocte.vn)
ນະທີ່ນີ້, ທ່ານຮອງລັດຖະມົນຕີຜູ້ປະຈຳການ ຫງວຽນມິງຫວູ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງສາຍພົວພັນຄູ່ຮ່ວມມືຍຸດທະສາດກັບ ອົດສະຕາລີ ແລະ ຖືວ່າ ການພົວພັນສອງຝ່າຍພວມຢູ່ໃນໄລຍະພັດທະນາຢ່າງແຮງ ແລະ ດີງາມທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ພ້ອມກັນທ່ານກໍສະແດງຄວາມຂອບອົກຂອບໃຈ ອົດສະຕາລີ ທີ່ໄດ້ໃຫ້ການໜູນຊ່ວຍ ຫວຽດນາມ ຢ່າງທັນການໃນການປ້ອງກັນ, ຕ້ານໂລກລະບາດ.

        ຮອງລັດຖະມົນຕີສອງທ່ານ ກໍ່ໄດ້ປຶກສາຫາລືກ່ຽວກັບມາດຕະການລະອຽດ ແນໃສ່ເພີ່ມທະວີການພົວພັນໃນຂົງເຂດຕ່າງໆເຊັ່ນ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາບຳລຸງສ້າງ, ການເຕີບໂຕຂຽວ… ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ ແລະ ເນັ້ນໜັກວ່າ ການຂັດແຍ້ງຕ່າງໆຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ.

        ໃນຂອບເຂດການຢ້ຽມຢາມ ຫວຽດນາມ, ທ່ານນາງ Katrina Cooper ກໍໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ເລຮວາຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ເຮັດວຽກກັບທ່ານ ຫວູໂຮ່ ຮັກສາການຫົວໜ້າ SOM ASEAN; ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບແມ່ນ້ຳຂອງ ແລະ ພົບປະກັບວິສາຫະກິດກໍຄືຄູ່ຮ່ວມມື ອົດສະຕາລີ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ