ຫວຽດນາມ ແລະ ອິດສະລາແອນ ກ້າວໄປເຖິງການຮ່ວມມືຮອບດ້ານໃນຫຼາຍຂົງເຂດ

(VOVWORLD) - ໃນລະຫວ່າງ ວັນທີ 24 - 26/7, ທ່ານ ຈູຫງອກແອງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄປ ອິດສະລາແອນ
ຫວຽດນາມ ແລະ ອິດສະລາແອນ ກ້າວໄປເຖິງການຮ່ວມມືຮອບດ້ານໃນຫຼາຍຂົງເຂດ - ảnh 1 ຫວຽດນາມ ແລະ ອິດສະລາແອນ ກ້າວໄປເຖິງການຮ່ວມມືຮອບດ້ານໃນຫຼາຍຂົງເຂດ (ພາບ: Pinimg)

ເຂົ້າຮ່ວມ ແລະ ເປັນປະທານຮ່ວມ ກອງປະຊຸມ ຄັ້ງທີ 2 ຄະນະກຳມະການລະຫວ່າງລັດຖະບານ ຫວຽກນາມ - ອິດສະລາແອນ ກ່ຽວກັບເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຢີ ແລະ ຂົງເຂດອຶ່ນໆ. ຢູ່ທີ່ນີ້, ສອງຝ່າຍຢືນຢັນວ່າ ໃນໄລຍະຈະມາເຖິງ ຊອກຫາບັນດາມາດຕະການຂຸດຄົ້ນທ່າແຮງຂອງແຕ່ຝ່າຍເພື່ອຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດ: ການທູດ, ການຄ້າ, ການລົງທຶນ, ການເງິນ, ກະສິກຳ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ ແລະ ການສຶກສາ.

ກອນໜ້ານັ້ນ, ທ່ານ ລັດຖະມົນຕີ ຈູຫງອກແອງ ມີການພົບປະກັບ ທ່ານ Ofir Akunis ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ອິດສະລາແອນ ແລະ ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືວິທະຍາສາດ ແລະ ເຕັກໂນໂລຢີລະຫວ່າງສອງກະຊວງ. ທ່ານ ລັດຖະມົນຕີ ຈູຫງອກແອງ ກໍ່ຢ້ຽມຢາມ ແລະ ເຮັດວຽກກັບ ກົນປ່ຽນໃໝ່ເຕັກໂນໂລຢີ ອິດສະລາແອນ, ມະຫາວິທະຍາໄລ Ben-Gurion  ແລະ ບາງວິສາຫະກິດຄື SouthUP, Trendlines, BioFishency, Mobileye.

ຕອບກັບ

ຂ່າວ/ບົດ​ອື່ນ