ຫວຽດນາມ ແລະ ອີຕາລີ ເພີ່ມທະວີການຮ່ວມມືດ້ານຕຸລາການ, ປ້ອງກັນ ຕ້ານອາດຊະຍາກຳ

(VOVWORLD) - ທ່ານລັດຖະມົນຕີ ໂຕເລິມ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວຈະເປັນຂົວເຊື່ອມຕໍ່ລະຫວ່າງ ອີຕາລີ ແລະ ອາຊຽນ, ໜູນຊ່ວຍ ອີຕາລີ ເຂົ້າຮ່ວມບັນດາກົນໄກຮ່ວມມືຢູ່ພາກພື້ນ ອາຊີ - ປາຊີຟິກ
ຫວຽດນາມ ແລະ ອີຕາລີ ເພີ່ມທະວີການຮ່ວມມືດ້ານຕຸລາການ, ປ້ອງກັນ ຕ້ານອາດຊະຍາກຳ - ảnh 1ທ່ານພົນເອກ ໂຕເລິມ ພົບປະກັບລັດຖະມົນຕີກະຊວງພາຍໃນ ອີຕາລີ
(ພາບ: TTXVN)

        ໂດຍໄດ້ຮັບຄຳເຊີນຈາກທ່ານລັດຖະມົນຕີກະຊວງພາຍໃນ ອີຕາລີ Matteo Piantedosi, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານພົນເອກ ໂຕເລິມ, ກຳມະການກົມການເມືອງ, ລັດຖະມົນຕີ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ອີຕາລີ ແຕ່ວັນທີ 17-19 ກໍລະກົດ. ໃນຂອບເຂດການຢ້ຽມຢາມ, ທ່ານລັດຖະມົນຕີ ໂຕເລິມ ໄດ້ພົບປະເຈລະຈາກັບລັດຖະມົນຕີກະຊວງພາຍໃນ ອີຕາລີ ແລະ ລັດຖະມົນຕີກະຊວງຍຸຕິທຳ ອີຕາລີ.

        ທີ່ບັນດາການພົບປະເຈລະຈາ, ທ່ານລັດຖະມົນຕີ ໂຕເລິມ ຢືນຢັນວ່າ, ຫວຽດນາມ ພ້ອມແລ້ວຈະເປັນຂົວເຊື່ອມຕໍ່ລະຫວ່າງ ອີຕາລີ ແລະ ອາຊຽນ, ໜູນຊ່ວຍ ອີຕາລີ ເຂົ້າຮ່ວມບັນດາກົນໄກຮ່ວມມືຢູ່ພາກພື້ນ ອາຊີ - ປາຊີຟິກ; ຕັ້ງໜ້າສະໜັບສະໜູນ ອີຕາລີ ຢູ່ບັນດາເວທີປາໄສຫຼາຍຝ່າຍ. ພ້ອມກັບ “ສັນຍາຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ” ລະຫວ່າງ 2 ປະເທດໃນປີ 2014, ບັນດາ “ສັນຍາພາຕົວ” ແລະ “ສັນຍາມອບສົ່ງຜູ້ຖືກຕັດສິນຈຳຄຸກ” ເຊິ່ງໄດ້ຮັບການລົງນາມໃນຄັ້ງນີ້ ຈະແມ່ນບັນດາເອກະສານສຳຄັນໃນການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງ ຫວຽດນາມ ແລະ ອີຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ