ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ໄປສະນີໂທລະຄົມມະນາຄົມ

ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ໄປສະນີໂທລະຄົມມະນາຄົມ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 20/02 ຢູ່​ຮ່າ​ໂນ້ຍ, ທ່ານ ​ເຈືອງ​ມີ​ງຕ໋ວນ ລັດຖະມົນຕີກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​​ໄດ້​ເຈລະຈາ​ກັບ​ທ່ານ Parvathaneni Harish ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ອິນ​ເດຍ ປະຈຳ ຫວຽດນາມ​. ດ້ວຍ​ບົດບາດ​ເປັນ​ປະທານ​ສະ​ມະ​ຄົນ​ມິດຕະພາບ ຫວຽດນາມ - ອິນ​ເດຍ ​ໃນອາຍຸ​ການ 2016 – 2021, ທ່ານ​ລັດຖະມົນຕີ ​ເຈືອງ​ມີ​ງຕ໋ວນ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຖື​ເປັນ​ສຳຄັນ​ທີ່​ສຸດ​ຕໍ່ການ​ພັດທະນາ​​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ​ໂທລະ​ຄົມມະນາຄົມ, ຖືວ່າ​ນີ້​ແມ່ນ​ຂະ​ແໜງ​​ເຕັກ​ໂນ​ໂລ​ຢີປາຍ​ແຫຼມ, ຄວນ​ໃຫ້​ບຸລິມະສິດ​ພັດທະນາ​ກ່ອນ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ຂະ​ແໜງ​ເສດຖະກິດ​ອື່ນ. ທ່ານ​ລັດຖະມົນຕີ ​ເຈືອງ​ມີ​ງຕ໋ວນ ​ໃຫ້​ຮູ້​ວ່າ: ລັດຖະບານ ອິນ​ເດຍ ຫາ​ກໍ່​ປະກາດ​ສະຫງວນຈຳນວນ​ເງິນ 1 ຕື້ USD ​ເພື່ອ​ໜູນ​ຊ່ວຍ​ບັນດາ​ປະ​ເທດ ອາ​ຊຽນ, ພິ​ເສດ​ແມ່ນ ຫວຽດນາມ, ລາວ, ກຳປູ​ເຈຍ, ມຽນມາ ສຸມ​ໃສ່​ເຂົ້າ​ບັນດາ​ໂຄງການ​ເຊື່ອ​ມຕໍ່ດິຈິ​ຕອນ ​ແລະ ​ ​ພື້ນຖານ​ໂຄງລ່າງ. ທ່ານ​ລັດຖະມົນຕີ ​ເຈືອງ​ມິ​ງຕ໋ວນ ສະ​ເໜີ 2 ຝ່າຍ​ແລກປ່ຽນ​ຢ່າງລະອຽດກ່ຽວ​ກັບ​ໂຄງການ​ດັ່ງ​ກ່າວ​ໃນ​ໄລຍະ​ຈະ​ມາ​ເຖິງ​. ທ່ານ​ລັດຖະມົນຕີ ​ເຈືອງ​ມິ​ງຕ໋ວນ ສະ​ເໜີ​ຝ່າຍ ອິນ​ເດຍ ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ກໍ່ສ້າງ​ບັນດາ​ນັກ​ວິ​ສາວະ​ກອນ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານທີ່​ມີ​ຄຸນ​ນະພາບສູງ, ​ເພື່ອຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ສ້າງ​ລັດຖະບານ​ເອ​ເລັກ​ໂຕ​ນິກ, ນະຄອນ​ສະຫລາດ​ຢູ່ ຫວຽດນາມ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ