ຫວຽດນາມ ແລະ ເຢຍລະມັນ ຊຸກຍູ້ການພົວພັນ 2 ຝ່າຍໃນຫຼາຍຂົງເຂດ

(VOVWORLD) -ຕອນບ່າຍວັນທີ 23 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫວູວັນເຖືອງ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີສະຫະພັນເຢຍລະມັນ Frank-Walter Steinmeier ແລະ ພັນລະຍາ ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ
ຫວຽດນາມ ແລະ ເຢຍລະມັນ ຊຸກຍູ້ການພົວພັນ 2 ຝ່າຍໃນຫຼາຍຂົງເຂດ - ảnh 1ທ່ານປະທານປະເທດ ຫວູວັນເຖືອງ ແລະ ທ່ານປະທານາທິບໍດີເຢຍລະມັນ Frank-Walter Steinmeier ເຂົ້າຮ່ວມການປະຊຸມຖະແຫຼງຂ່າວ

     ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດພັດທະນາການພົວພັນກັບ ເຢຍລະມັນ; ສະເໜີໃຫ້ເຢຍລະມັນສືບຕໍ່ໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຄຸນນະພາບ ສູງໃຫ້ຫວຽດນາມ. ໃນຂົງເຂດເສດຖະກິດ, 2 ຝ່າຍໄດ້ເຫັນດີສືບຕໍ່ປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (ອີຢູ) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງເງື່ອນໄຂສະດວກໃຫ້ບັນດາປະເພດສິນຄ້າທີ່ມີທ່າແຮງຂອງແຕ່ລະປະເທດເຂົ້າເຖິງຕະຫຼາດຂອງກັນ; ສະເໜີ ເຢຍລະມັນ ສະໜັບສະໜູນ ຫວຽດນາມ ໃນການເພີ່ມທະວີການພົວພັນກັບ EU, ປະຕິບັດສຳເລັດບັນດາລະບຽບການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA) ແລະ ຮຽກຮ້ອງໃຫ້ຄະນະກຳມະການເອີລົບ (EC) ຖອນໃບເຫຼືອງ IUU ໃຫ້ແກ່ສີນໃນນ້ຳຫວຽດນາມ ໂດຍໄວ.

ສ່ວນທ່ານປະທານາທິບໍດີ ເຢຍລະມັນ ຢືນຢັນວ່າ ເຢຍລະມັນ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍ ຫວຽດນາມ ໃນວິວັດການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

    2 ຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຢີ, ຍຸຕິທຳ, ກະສິກຳ; ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາ ເວທີປາໄສພາກພື້ນ ແລະ ຫຼາຍຝ່າຍ. ກ່ຽວກັບບັນຫາທະເລຕາເວັນອອກ, ການນຳ 2 ທ່ານຢືນຢັນຄືນໃໝ່ຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ແລະ ເໝາະສົມກັບກົດໝາຍສາກົນ.

     ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ຫວໍວັນເຖືອງແລະ ທ່ານປະທານາທິບໍດີ ເຢຍລະມັນ Frank-Walter Steinmeier ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາຮ່ວມມືກ່ຽວກັບແຮງງານເຄື່ອນຍ້າຍ ລະຫວ່າງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແລະ ກະຊວງແຮງງານ ແລະ ສັງຄົມສະຫະພັນເຢຍລະມັນ.

     
ຫວຽດນາມ ແລະ ເຢຍລະມັນ ຊຸກຍູ້ການພົວພັນ 2 ຝ່າຍໃນຫຼາຍຂົງເຂດ - ảnh 2ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ  ທ່ານປະທານທິບໍດີສະຫະພັນເຢຍລະມັນ Frank-Walter Steinmeier

    ຕອນບ່າຍວັນທີ 23 ມັງກອນນີ້, ຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມີການພົບປະກັບທ່ານປະທານທິບໍດີສະຫະພັນເຢຍລະມັນ Frank-Walter Steinmeier.

     ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ໃນທຸກຊ່ອງທາງຂອງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ການພົວພັນແລກປ່ຽນປະຊາຊົນ; ຫວັງວ່າ ທ່ານປະທານາທິບໍດີ Frank-Walter Steinmeier ຈະສືບຕໍ່ໜູນຊ່ວຍ ແລະ ຊຸກຍູ້ບັນດາວິສາຫະກິດ ເຢຍລະມັນ ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ; ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດຫັນເປັນດີຈີຕອນ, ຫຼື ໃນຂົງເຂດທີ່ເຢຍລະມັນມີທ່າແຮງຄື: ອຸດສາຫະກຳໜັກ, ພະລັງງານ, ອຸປະກອນການແພດ, ການຢາ, ພື້ນຖານໂຄງລ່າງຄົມມະນາຄົມ.

     ທ່ານປະທານສະພາແຫ່ງຊາດ  ສະເໜີເພີ່ມທະວີການຮ່ວມມືລັດຖະສະພາ ພ້ອມກັບບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ;ສົມທົບກັນຈັດຕັ້ງບັນດາການ ເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2025 (1975-2025); ຊຸກຍູ້ການຮ່ວມມືຢ່າງໃກ້ຊິດ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

    ທ່ານປະທານສະພາແຫ່ງຊາດກໍ່ຮຽກຮ້ອງໃຫ້ສະພາແຫ່ງຊາດຂອງສອງປະເທດເພີ່ມທະວີການສົມທົບກັນຕິດຕາມກວດກາ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ລັດຖະບານ 2 ປະເທດໄດ້ລົງນາມ ແລະ ບັນດາໂຄງການຮ່ວມມືຍຸດທະສາດ; ທ່ານປະທານາທິບໍດີ Frank-Walter Steinmeier   ໜູນຊ່ວຍການສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ເຢຍລະມັນ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ