ຫວຽດ​ນາມ ແລະ ເອ​ທີ​ໂອ​ປີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ

(VOVWORLD) -  ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ເອທີໂອປີ ຄົບຮອບ 45 (23/2/1976 – 23/2/2021), ວັນທີ 22 ເມສາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເອທີໂອປີ Demeke Mekonnen ເພື່ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ ແລະ ສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍ.

ທີ່ການໂອ້ລົມສົນທະນາ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການ ແລະ ທິດທາງຍູ້ແຮງການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ໃນນັ້ນ ໃຫ້ບຸລິມະສິດແກ່ການເພີ່ມທະວີການເຄື່ອນໄຫວພົວພັນແລກປ່ຽນຄະນະຜູ້ແທນທຸກຂັ້ນ ເມື່ອໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ເອົາໃຈໃສ່ເຖິງການເປີດກວ້າງການຮ່ວມມືທາງດ້ານເສດຖະກິດ. ສອງຝ່າຍ ກໍແລກປ່ຽນກ່ຽວກັບບາງບັນຫາໃນພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ Demeke Mekonnen ຢັ້ງຢືນວ່າ ລັດຖະບານ ເອທີໂອປີ ຖືການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ ເປັນສຳຄັນ. ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ປາດຖະໜາວ່າ ກະຊວງການຕ່າງປະເທດຂອງສອງປະເທດ ຈະສືບຕໍ່ເສີມຂະຫຍາຍບົດບາດນຳໜ້າ ແລະ ເປັນຂົວຕໍ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ເອທີໂອປີ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ