ຫວຽດນາມ ແລະ ແຊກເບຍ ເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືຫຼາຍດ້ານ

ຫວຽດນາມ ແລະ ແຊກເບຍ ເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືຫຼາຍດ້ານ - ảnh 1
(ພາບປະກອບ)

(vovworld) -     ທ່ານ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​​ແຫ່ງ ສສ.ຫວຽດນາມ ປະຈຳ​​ແຊກ​ເບຍ Tran Xuan Thuy ຫາ​ກໍ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ຕໍ່​ປະທານາທິບໍດີ Tomislav Nikolie. ທີ່​ພິທີ​ຕ້ອນຮັບ​ພາຍຫຼັງ​ຍື່ນ​ສານ​ຕາ​ຕັ້ງ, ປະທານາທິບໍດີ Tomislav Nikolie ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈຕໍ່​ສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ​​ແຊກ​ໂກສະ​ໂລ​ວາ​ກີ ​ໃນ​ເມື່ອ​ກ່ອນ, ກໍ​ຄື​ລະຫວ່າງ​ຫວຽດນາມ ​ແລະ ​​ແຊກ​ເບຍ ​ໃນ​ປະຈຸ​ບັນ. ທ່ານ​ປະທານາທິບໍດີ​ອວຍພອນ​ໃຫ້​ທ່ານເອກ​ອັກຄະ​ລັດຖະທູດ Tran Xuan Thuy ຈົ່ງ​ປະສົບ​ຜົນສຳ​ເລັດ​ໃນ​ການ​ປະຕິບັດວຽກ​ງາ​ນຂອງ​ຕົນ, ປະກອບສ່ວນ​ປັບປຸງ ​ແລະ ພັດທະ​ນາສາ​ຍພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ. ສ່ວນ​ທ່ານເອກ​ອັກຄະ​ລັດຖະທູດ Tran Xuan Thuy ກໍ​ຢືນຢັນວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ​​ແຊກ​ເບຍ.

ຂ່າວ/ບົດ​ອື່ນ