ຫວຽດ​ນາມ - ​ໂມ​ຊຳ​ບິກ ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

(VOVWORLD) -  ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ໂມຊຳບິກຢ່າງເປັນທາງການ, ຕອນບ່າຍວັນທີ 12 ກັນຍາ (ເວລາທ້ອງຖິ່ນ), ທີ່ນະຄອນຫຼວງມາປູໂຕ, ທ່ານ ນາງ ຫວໍທິແອັ້ງຊ໋ວນ ຮອງປະທານປະເທດ ຫວຽດນາມ ໄດ້ພົບປະກັບ ປະທານແນວໂຮມປົດປ່ອຍ ໂມຊຳບິກ (FRELIMOO), ປະທານາທິບໍດີ ໂມຊຳບິກ ທ່ານ Filipe Nyusi.
ຫວຽດ​ນາມ - ​ໂມ​ຊຳ​ບິກ ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ - ảnh 1ທ່ານນາງຮອງປະທານປະເທດ  ຫວໍທິແອັ້ງຊ໋ວນ ເຂົ້າຢ້ຽມຂ່ຳນັບທ່ານປະທານແນວໂຮມປົດປ່ອຍ ໂມຊຳບິກ ປະທານາທິບໍດີ ໂມຊຳບິກ Filipe Nyusi (ພາບ: TTXVN)

ໃນໄລຍະທີ່ໃກ້ຈະມາເຖິງນີ້, ການນຳສອງທ່ານໄດ້ເຫັນດີເປັນເອກະພາບວ່າ ຈະເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານ, ພົວພັນແລກປ່ຽນລະຫວ່າງປະຊາຊົນ. ປະທານາທິບໍດີ ໂມຊຳບິກ ຢັ້ງຢືນວ່າ ຈະສ້າງເງື່ອນໄຂທີ່ດີໃຫ້ແກ່ວິສາຫະກິດ ຫວຽດນາມ ທີ່ມາລົງທຶນເຮັດທຸລະກິດໃນບັນດາຂົງເຂດເຊັ່ນ: ໂທລະຄົມມະນາຄົມ, ຂຸດຄົ້ນແຮ່ທາດ… ໃນຂະນະນັ້ນ, ຮອງປະທານປະເທດ ຫວຽດນາມ ທ່ານ ນາງ ຫວໍທິແອັ້ງຊ໋ວນ ໃຫ້ຮູ້ວ່າ ຫວຽດນາມ ມີຄວາມພ້ອມທີ່ຈະແບ່ງປັນບົດຮຽນປະສົບໃນການການປູກລ້ຽງ, ປຸ່ງແຕ່ງຜະລິດຕະພັນກະເສດ - ສິນໃນນ້ຳ. ທາງດ້ານການສຶກສາ ແລະ ສາທາລະນະສຸກ, ປະທານາທິບໍດີ ໂມຊຳບິກ ທ່ານ Filipe Nyusi ສະເໜີໃຫ້ ຫວຽດນາມ ຄົ້ນຄ້ວາເປີດໂຮງຮຽນສອນວິຊາຊີບ ທີ່ໂມຊຳບິກ; ສົ່ງຊ່ຽວຊານການແພດໄປ ໂມຊຳບິກ.

ໃນມື້ດຽວກັນນັ້ນ, ໃນກອງປະຊຸມພົບປະລະຫວ່າງ ຮອງປະທານປະເທດ ຫວຽດນາມ ທ່ານ ນາງ ຫວໍທິແອັ້ງຊ໋ວນ ແລະ ເລຂາທິການໃຫ່ຍພັກແນວໂຮມປົດປ່ອຍໂມຊຳບິກ (FRELIMO) ທ່ານ Roque Silva, ສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມກັນວ່າ ໃນໄລຍະຕໍ່ໄປທັງສອງພັກ, ສອງລັດ ຈະສືບຕໍ່ຜັນຂະຫຍາຍຜົນກອງປະຊຸມທາງໄກ ລະຫວ່າງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກຄອມມູນິດ ຫວຽດນາມ ແລະ ປະທານາທິບໍດີ, ປະທານພັກ FRELIMO ທີ່ໄດ້ຈັດຂຶ້ນໃນເດືອນ ມິຖຸນາ 2022.

ຫວຽດ​ນາມ - ​ໂມ​ຊຳ​ບິກ ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ - ảnh 2ທ່ານເລຂາທິການໃຫຍ່ພັກ FRELIMO Roque Silva ຕ້ອນຮັບທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັ້ງຊ໋ວນ (ພາບ:TTXVN)

ໃນມື້ດຽວກັນນັ້ນ, ຮອງປະທານປະເທດ ຫວຽດນາມ ທ່ານ ນາງ ຫວໍທິແອັ້ງຊ໋ວນ ກໍ່ໄດ້ພົບປະກັບ ປະທານສະພາແຫ່ງຊາດ ໂມຊຳບິກ Esperanca Bias. ການນຳສອງທ່ານຫວັງວ່າ ຈະນຳເອົາການພົວພັນລັດຖະສະພາ ໃຫ້ກາຍເປັນຊ່ອງທາງສຳຄັນ ໃນການການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງສອງປະເທດ. ລະອຽດແມ່ນ, ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ; ເສີມຂະຫຍາຍບົດບາດຂອງ ລັດຖະສະພາ ໃນການຕິດຕາມກວດກາ ແລະ ຊຸກຍູ້ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ; ປະສານສົບທົບຢ່າງແໝ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສລັດຖະສະພາລະຫວ່າງຊາດ, ເວທີປາໄສສະຫະພັນລັດຖະສະພາສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ