ຫວຽດ​ນາມ ໃຫ້​ຄຳ​ໝ​ັ້ນ​ສັນ​ຍາ​ຈະສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ

(VOVWORLD) - ວັນທີ 26 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ອະນາຄົດອາຊີ ຄັ້ງທີ 27 ໂດຍສຳນັກຂ່າວສານ Nikkei ຈັດຕັ້ງຢູ່ ໂຕກຽວ ໂດຍມີການນຳຫຼາຍປະເທດເຂົ້າຮ່ວມ, ພ້ອມດຽວກັນນັ້ນຈະໄດ້ຕ້ອນຮັບຄະນະການນຳລັດຖະບານ ຜູ້ກຳອຳນາດ ຂອງຍີ່ປຸ່ນ ຈຳນວນໜຶ່ງ.

ຫວຽດ​ນາມ ໃຫ້​ຄຳ​ໝ​ັ້ນ​ສັນ​ຍາ​ຈະສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ  ແລະ ທ່ານ Yuji Kuroiwa ຜູ້ວ່າການແຂວງ Kanagawa

        ກ່ອນໜ້ານີ້, ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ ຍີ່ປຸ່ນ, ຕອນບ່າຍ ວັນທີ 25 ພຶດສະພາ ຢູ່ນະຄອນຫຼວງ ໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບ ທ່ານ Yuji Kuroiwa ຜູ້ວ່າການແຂວງ Kanagawa, ແລະ ທ່ານ Ichita Yamamotoຜູ້ວ່າການແຂວງ Gunma  .

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕີລາຄາສູງຕໍ່ຄວາມມານະພາຍາຍາມ ຂອງສອງແຂວງ ໃນວຽກງານຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ກັບ ຫວຽດນາມ ໃນຂະນະມີທີ່ເກີດໂລກລະບາດ, ພ້ອມດຽວກັນນັ້ນກໍ່ຢືນຢັນວ່າບັນດາການເຄື່ອນໄຫວນີ້ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫ່ວາງປະຊາຊົນສອງປະເທດ.

        ສ່ວນຜູ້ວ່າການ 2 ແຂວງ Kanagawa, ແລະ Gunma  ກໍ່ໃຫ້ຄຳໝັ້ນສັນຍາຈະພະຍາຍາມຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ແລະ ເສດຖະກິດ ກັບ ຫວຽດນາມ, ພ້ອມທັງສະແດງ ຄວາມມຸ່ງມາດປາດຖະໜາຢາກຕ້ອນຮັບນັກສຶກສາຝຶກງານ ຂອງຫວຽດນາມຕື່ມອີກ.

        ໃນວັນດຽວກັນ ຢູ່ ນະຄອນຫຼວງ ໂຕກຽວ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ພົບປະໂອ້ລົມກັບພະນັກງານສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ, ຜູ້ຕາງໜ້າສະມາຄົມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ