ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມມືກັບສະຫະປະຊາຊາດ ແລະ ບັນດາປະເທດຢ່າງແໜ້ນແຟ້ນ ໃນການປ້ອງກັນ, ຕ້ານການກໍ່ການຮ້າຍ

(VOVWORLD) -ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ໃນການຊອກຫາບັນດາມາດຕະການຢ່າງມີປະສິດທິຜົນ ເພື່ອຕ້ານຄືນການເຄື່ອນໄຫວກໍ່ການຮ້າຍ ແລະ ປັດເຂ່ຍລັດທິກໍ່ການຮ້າຍ
ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມມືກັບສະຫະປະຊາຊາດ ແລະ ບັນດາປະເທດຢ່າງແໜ້ນແຟ້ນ ໃນການປ້ອງກັນ, ຕ້ານການກໍ່ການຮ້າຍ - ảnh 1ທ່ານລັດຖະມົນຕີ ໂຕເລີມ ທີ່ການເຮັດວຽກ
(ພາບ: TTXVN)

ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະຮ່ວມມືກັບສະຫະປະຊາຊາດ ແລະ ບັນດາປະເທດຢ່າງແໜ້ນແຟ້ນ ໃນການປ້ອງກັນ, ຕ້ານການກໍ່ການຮ້າຍ. ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໃນການເຮັດວຽກກັບທ່ານ Vladimir Voronkov, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບການປ້ອງກັນ, ຕ້ານການກໍ່ການຮ້າຍ, ໃນວັນທີ 16 ພຶດສະພາ, ຢູ່ ນິວຢອກ, ປະເທດ ອາເມລິກາ.

        ທ່ານລັດຖະມົນຕີ ໂຕເລີມ ຢືນຢັນວ່າ, ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ໃນການຊອກຫາບັນດາມາດຕະການຢ່າງມີປະສິດທິຜົນ ເພື່ອຕ້ານຄືນການເຄື່ອນໄຫວກໍ່ການຮ້າຍ ແລະ ປັດເຂ່ຍລັດທິກໍ່ການຮ້າຍ; ຊົມເຊີຍເລື່ອງສະຫະປະຊາຊາດຮັບຮອງເອົາຖະແຫຼງການປະທານກ່ຽວກັບການປ້ອງກັນ, ຕ້ານການກໍ່ການຮ້າຍ, ກໍ່ຄືສະເໜີໃຫ້ສະຫະປະຊາຊາດ ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ຕ້ານການກໍ່ການຮ້າຍ ແລະ ຄວາມໝັ້ນຄົງທາງການບິນ ຜ່ານການສ້າງໂຄງການຄວບຄຸມວິວັດການໄປມາຂອງຜູ້ຖືກສົງໄສກໍ່ການຮ້າຍ (CTTP) ແລະ ໂຄງການຮູບແບບຕີລາຄາຄວາມສ່ຽງທີ່ມີຕໍ່ຄວາມໝັ້ນຄົງທາງການບິນ (TAM).

        ສ່ວນທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ ຫວຽດນາມ ຈະສືບຕໍ່ຮ່ວມມືປະຕິບັດຍຸດທະສາດຕໍ່ສູ້ຕ້ານການກໍ່ການຮ້າຍທົ່ວໂລກ ກໍຄືຈັດສົ່ງພະນັກງານທີ່ມີປະສົບການໄປເຮັດວຽກຢູ່ບັນດາອົງການຂອງສະຫະປະຊາຊາດ ກໍຄືຫ້ອງການຕ້ານການກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ