ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍ​າ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ໃນ​ການ​ປ້ອງ​ກັນ​ຕ້ານ ຢາ​ເສບ​ຕິດ

(VOVWORLD) - ຫວຽດນາມ ສະໜັບສະໜູນທັດສະນະບໍ່ຜ່ອນສັ້ນຜ່ອນຍາວກັບບັນຫາ ຢາເສບຕິດ ແລະ ສືບຕໍ່ປະຕິບັດເປົ້າໝາຍຍາວນານ  ແມ່ນມຸ່ງໄປເຖິງເຂດປອດຢາເສບຕິດ.
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍ​າ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ໃນ​ການ​ປ້ອງ​ກັນ​ຕ້ານ ຢາ​ເສບ​ຕິດ - ảnh 1ກອງປະຊຸມຄັ້ງທີ 14 ລະດັບປະທານຄະນະກຳມະການແຫ່ງຊາດກ່ຽວກັບການຮ່ວມມືປ້ອງກັນ, ຕ້ານ AIDS, ຢາເສບຕິດ ເຂດອະນຸແມ່ນ້ຳຂອງ ທີ່ດຳເນີນຢູ່ປັກກິ່ງ, ຈີນ

ຕອນບ່າຍວັນທີ 6 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ປະທານຄະນະກຳມະການແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານ AIDS, ຢາເສບຕິດ, ໄພໂສເພນີ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 14 ລະດັບປະທານຄະນະກຳມະການແຫ່ງຊາດກ່ຽວກັບການຮ່ວມມືປ້ອງກັນ, ຕ້ານ AIDS, ຢາເສບຕິດ ເຂດອະນຸແມ່ນ້ຳຂອງ ທີ່ດຳເນີນຢູ່ປັກກິ່ງ, ຈີນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເນັ້ນໜັກວ່າ: ຫວຽດນາມ ສະໜັບສະໜູນທັດສະນະບໍ່ຜ່ອນສັ້ນຜ່ອນຍາວກັບບັນຫາ ຢາເສບຕິດ ແລະ ສືບຕໍ່ປະຕິບັດເປົ້າໝາຍຍາວນານ  ແມ່ນມຸ່ງໄປເຖິງເຂດປອດຢາເສບຕິດ, ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືກັບອົງການປ້ອງກັນ, ຕ້ານຢາເສບຕິດ ແລະ ອາດຊະຍາກຳ ຂອງ ສປຊ (UNODC), ບັນດາປະເທດເຂດອະນຸແມ່ນ້ຳຂອງ ແລະ ໃນໂລກກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ ເພື່ອພ້ອມກັນສູ້ສົນໃຫ້ແກ່ເປົ້າໝາຍລວມ: ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາວັດທະນາຖາວອນ ແລະ ສ້າງເຂດປອດຢາເສບຕິດ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຖືວ່າ ບັນດາປະເທດສະມາຊິກ ຕ້ອງສືບຕໍ່ສະແດງໃຫ້ເຫັນຄວາມສາມັກຄີ, ເຫັນດີເປັນເອກະພາບໃນທັດສະນະ, ຫຼັກໝັ້ນ ຕໍ່ນະໂຍບາຍຄວບຄຸມຢາເສບຕິດທົ່ວໂລກ, ຢັ້ງຢືນບັນດາອະນຸສັນຍາສາກົນ ວ່າດ້ວຍບັນຫາຢາເສບຕິດ ແມ່ນຫຼັກການ, ພື້ນຖານໃຫ້ແກ່ບັນດາຍຸດທະສາດ, ນະໂຍບາຍທົ່ວໂລກ ແລະ ບັນດາຄວາມມານະພະຍາຍາມຮ່ວມມືສາກົນເພື່ອປ້ອງກັນ, ຕ້ານຢາເສບຕິດ.

ຕອບກັບ

ຂ່າວ/ບົດ​ອື່ນ