ຫວຽດນາມ ໃຫ້ບູລິມະສິດສ້າງສັງຄົມຮອບດ້ານ, ຍຸຕິທຳ, ເຂັ້ມແຂງດ້ວຍຕົນເອງເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ

(VOVWORLD) - ບຸລິມະສິດຂອງ ຫວຽດນາມ ແມ່ນສ້າງສັງຄົມຢ່າງຮອບດ້ານ, ຍຸຕິທຳ, ເຂັ້ມແຂງດ້ວຍຕົນເອງ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.
ຫວຽດນາມ ໃຫ້ບູລິມະສິດສ້າງສັງຄົມຮອບດ້ານ, ຍຸຕິທຳ, ເຂັ້ມແຂງດ້ວຍຕົນເອງເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ - ảnh 1 (ທ່ານນາງອັກຄະລັດຖະທູດທີ່ປຶກສາ ເລທິມິງທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ)

        ແຕ່ວັນທີ 05 – 14 ກຸມພາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ໄດ້ຈັດກອງປະຊຸມຄັ້ງທີ 62 ຄະນະກຳມະການພັດທະນາສັງຄົມ (CsocD) ດ້ວຍຫົວຂໍ້ “ຊຸກຍູ້ການພັດທະນາ ແລະ ຄວາມຍຸຕິທຳໃນສັງຄົມ ຜ່ານນະໂຍບາຍສັງຄົມ ເພື່ອເພີ່ມລະດັບຄວາມໄວປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ບັນລຸເປົ້າໝາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ". ກ່າວຄຳເຫັນທີ່ວາລະປະຊຸມໃນວັນທີ 12 ກຸມພາ, ທ່ານນາງອັກຄະລັດຖະທູດທີ່ປຶກສາ ເລທິມິງທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຢືນຢືນຄືນໃໝ່ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ຕໍ່ການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ; ທ່ານນາງເນັ້ນໜັກວ່າ ບຸລິມະສິດຂອງ ຫວຽດນາມ ແມ່ນສ້າງສັງຄົມຢ່າງຮອບດ້ານ, ຍຸຕິທຳ, ເຂັ້ມແຂງດ້ວຍຕົນເອງ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

        ແລະກໍ່ໃນວັນດຽວກັນ, ຄະນະກຳມະການກະກຽມກອງປະຊຸມກວດກາຕີລາຄາຄັ້ງທີ 4 (SALW), ໄດ້ຈັດກອງປະຊຸມ ດ້ວຍການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າບັນດາປະເທດສະມາຊິກສະຫະປະຊາຊາດ ແລະ ຫຼາຍອົງການຈັດຕັ້ງສາກົນ. ກ່າວຄຳເຫັນທີ່ກອງປະຊຸມເຊິ່ງຈັດຂຶ້ນຢູ່ສຳນັກງານສະຫະປະຊາຊາດ, ທ່ານນາງອັກຄະລັດຖະທູດທີ່ປຶກສາ ເລທິມິງທວາ, ຢືນຢັນວ່າ, ລັດຖະບານ ຫວຽດນາມ ຄວບຄຸ້ມວິວັດການຜະລິດ, ນຳໃຊ້ ແລະ ຂົນສົ່ງອາວຸດຢ່າງຮອບດ້ານ ຕາມກົດໝາຍຂອງ ຫວຽດນາມ. ບັນດາການເຄື່ອນໄຫວຜິດກົດໝາຍໃນການຂົນສົ່ງ, ນຳໃຊ້, ຊື້-ຂາຍ ອາວຸດ ແລະ ວັດຖຸລະເບີດແມ່ນໂທດອາຍາ. ການປະຕິບັດກົດໝາຍ ແລະ ສຶກສາກ່ຽວຂ້ອງເຖິງປືນ້ອຍ ແລະ ອາວຸດປະເພດເບົ່າແມ່ນບັນດາປັດໃຈສຳຄັນໃນນະໂຍບາຍຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ