ຫວຽດນາມ ໄດ້ຊະນະເລີດໃນການແຂ່ງຂັນ ABU Robocon 2018

(VOVWORLD) - ວັນທີ 26 ສິງຫາ, ທີ່ແຂວງ ນິງບີງ, ປະເທດ ຫວຽດນາມ, ໄດ້ດຳເນີນພິທີອັດການແຂ່ງຂັນປະດິດຄິດສ້າງ Robot ອາຊີ - ປາຊີຟິກ (ABU Robocon) 2018. ທິມ ຫວຽດນາມ 2 ໄດ້ຮັບລາງວັນຊະນະເລີດ; ທິມ ຈີນ ຄ້ວາໄດ້ລາງວັນທີ 2; ທິມ ຍີ່ປຸ່ນ ແລະ ກຳປູເຈຍ ຄ້ວາໄດ້ລາງວັນທີ 3.
ຫວຽດນາມ ໄດ້ຊະນະເລີດໃນການແຂ່ງຂັນ ABU Robocon 2018 - ảnh 1 ຫວຽດນາມ ໄດ້ຊະນະເລີດໃນການແຂ່ງຂັນ ABU Robocon 2018 (ພາບ: TTXVN)

ການແຂ່ງຂັນປະດິດຄິດສ້າງ Robot ອາຊີ - ປາຊີຟິກ ມີ 19 ທິມເຂົ້າຮ່ວມທີ່ມາຈາກ 18 ປະເທດ ແລະ ເຂດແຄ້ວນໃນພາກພື້ນ. ນີ້ເປັນຄັ້ງທີ 3 ທີ່ຫວຽດນາມ ຈັດຕັ້ງການແຂ່ງຂັນ ປະດິດຄິດສ້າງ Robot ອາຊີ - ປາຊີຟິກ (ກ່ອນນັ້ນແມ່ນປີ 2007 ແລະ ປີ 2013). ຫົວຂໍ້ກະຕິກາການແຂ່ງຂັນ ABU Robocon 2018 ໄດ້ອີງໃສ່ການລະຫຼິ້ນພື້ນເມືອງທີ່ລື້ງເຄີຍຂອງພໍ່ແມ່ປະຊາຊົນເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ ທີ່ມີຊື່ວ່າ “ໂຍນໝາກຄອນ”

        ການແຂ່ງຂັ້ນ Robot ອາຊີ - ປາຊີຟິກ ABU Robocon) 2019 ຈະໄດ້ຈັດຕັ້ງຢູ່ປະເທດ ມົງໂກນ.

ຕອບກັບ

ຂ່າວ/ບົດ​ອື່ນ