ຫວຽດນາມຈະບັນລຸໄດ້ບັນດາເປົ້າໝາຍທີ່ເບິ່ງຄືວ່າຍາກທີ່ຈະບັນລຸໄດ້

(VOVWORLD) -ໃນມື້ເຮັດວຽກວັນທີ 31 ທັນວາ, ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ປະກອບຄຳເຫັນໃສ່ບັນດາບົດລາຍງານກ່ຽວກັບວຽກງານຊີ້ນຳ, ບໍລິຫານຂອງລັດຖະບານໃນປີ, ກໍ່ຄືບັນດາຂໍ້ສະເໜີແນະສຳລັບລັດຖະບານ.

ຫວຽດນາມຈະບັນລຸໄດ້ບັນດາເປົ້າໝາຍທີ່ເບິ່ງຄືວ່າຍາກທີ່ຈະບັນລຸໄດ້ - ảnh 1 ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ປະກອບຄຳເຫັນໃສ່ບັນດາບົດລາຍງານກ່ຽວກັບວຽກງານຊີ້ນຳ, ບໍລິຫານຂອງລັດຖະບານໃນປີ

(ພາບ: TTXVN)

ໂດຍສືບຕໍ່ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີແນັດທົ່ວປະເທດລະຫວ່າງລັດຖະບານ ແລະ ບັນດາທ້ອງຖິ່ນ, ໃນມື້ເຮັດວຽກວັນທີ 31 ທັນວາ, ການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ສືບຕໍ່ປະກອບຄຳເຫັນໃສ່ບັນດາບົດລາຍງານກ່ຽວກັບວຽກງານຊີ້ນຳ, ບໍລິຫານຂອງລັດຖະບານໃນປີ, ກໍ່ຄືບັນດາຂໍ້ສະເໜີແນະສຳລັບລັດຖະບານ.

          ກ່ອນໜ້ານັ້ນ, ທີ່ວາລະໄຂກອງປະຊຸມໃນຕອນເຊົ້າວັນທີ 30 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນບັນດາຜົນງານທາງດ້ານເສດຖະກິດສັງຄົມປີ 2019 ເປັນສິ່ງພິສູດໃຫ້ເຫັນເຈດຈຳນົງມານະພະຍາຍາມ, ຈິດໃຈສາມັກຄີພ້ອມກັບຄວາມຕັດສິນໃຈອັນໃຫຍ່ຫຼວງ, ຫວຽດນາມ ຈະບັນລຸໄດ້ຜົນງານຫຼາຍຢ່າງ, ໃນນັ້ນມີບັນດາເປົ້າໝາຍຄາດວ່າຍາກທີ່ຈະບັນລຸໄດ້.

          ກ່ຽວກັບໜ້າທີ່ລະອຽດໃນປີ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເນັ້ນໜັກວ່າ.

          “ຂ້າພະເຈົ້າຢາກໄດ້ຮັບຟັງຄຳຄິດຄຳເຫັນຂອງບັນດາຂະແໜງການ, ທ້ອງຖິ່ນ, ໃນນັ້ນສຸມໃສ່ໂດຍກົງເຂົ້າບັນດາໝາກຜົນພົ້ນເດັ່ນ ແລະ ບັນດາຄວາມຫຍຸ້ງຍາກ, ຕິດຄັດ; ບັນດາບັນຫາລະຫວ່າງຂະແໜງ, ລະຫວ່າງເຂດ, ເພີ່ມທະວີການສົມທົບກັນເຮັດແນວໃດເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ຍົກສູງປະສິດທິຜົນການຈັດແບ່ງ ແລະ ນຳໃຊ້ແຫຼ່ງກຳລັງ… ເຮັດແນວໃດເພື່ອສ້າງການຫັນປ່ຽນຢ່າງຈະແຈ້ງ, ມີປະສິດທິຜົນໃນການປະຕິບັດບັນດາໜ້າທີ່, ມາດຕະການແກ້ໄຂທີ່ໄດ້ວາງອອກໃນປີ 2020.”

ຕອບກັບ

ຂ່າວ/ບົດ​ອື່ນ