ຫວຽດນາມຊ່ວຍລາວປິນປົວໃຫ້ຄົນເຈັບທີ່ທຸກຍາກຢູ່ລາວ

ຫວຽດນາມຊ່ວຍລາວປິນປົວໃຫ້ຄົນເຈັບທີ່ທຸກຍາກຢູ່ລາວ - ảnh 1
(ຫວຽດນາມຊ່ວຍລາວປິນປົວໃຫ້ຄົນເຈັບທີ່ທຸກຍາກຢູ່ລາວ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 24 – 28/08, ສະມາຄົມ​ນັກຮົບ​ເກົ່າ​ນະຄອນ​ໂຮ່ຈິ​ມິນ, ສະມາຄົມ​ນັກຮົບ​ເກົ່າ​ນະຄອນ​ຫຼວງ ວຽງ​ຈັນ ​ແລະ ທະນາຄານ Vietinbank ​ໄດ​​້ສົມທົບກັບ​ໂຮງ​ໝໍ​ຕາ​ນະຄອນ​ໂຮ່ຈິ​ມິນ ຈັດການ​ກວດ, ປິນປົວ ​ແລະ ຜ່າຕັດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ບັນດາ​ອະ​ດີດ​ນັກຮົບ​ເກົ່າ ​ແລະ ຄົນ​ທຸກ​ຍາກ​​ແກ້ວຕາ​ຄຸນຢູ່​ນະຄອນຫຼວງ​ວຽງ​ຈັນ. ​ໃນ​ໄລ​ຍະ​ປະຕິບັດ​ລາຍການ, ຄະນະ​ທ່ານໝໍ 24 ຄົນ​ຂອງ​​ໂຮງໝໍ​ຕານະຄອນ​ໂຮ່ຈິ​ມິນ ​ໄດ້​ສົງ​ທົບ​ກັບໂຮງໝໍຕາສູນ​ກາງລາວ ຜ່າຕັດ​​ຕາ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ້ວ​ຕາ​ຄຸນ​ມາ​ແຕ່​ດົນ​ແລ​້ວກວ່າ 70 ຄົນ​, ຊ່ວຍ​ນຳ​ມາ​ເຊິ່ງ​ແສງ​ສະຫວ່າງ, ຄວາມ​ມ່ວນ​ຊື່​ນ ​ແລະ ຄວາມຜາ​ສຸກ​ບໍ່​ພຽງ​ແຕ່​ໃຫ້​ຄົນ​ເຈັບ​ເທົ່າ​ນັ້ນ ຫາກ​​ໃຫ​້ທັງ​ຄອບຄົວ​ຂອງ​ເຂົ້າ​​ເຈົ້າ​ອີກ​ດ້ວຍ.

        ນີ້​ແມ່ນ​ຄັ້ງ​ທີ 4 ​ໃນ​ຮອບ​ເວລາ 8 ປີຜ່ານມາ, ໂຮງໝໍ​ຕານະຄອນ​ໂຮ່ຈິ​ມິນ ​ໄດ້ສົ່ງ​ຄະນະ​ທ່ານໝໍ​ເກັ່ງ​ໄປ​ກວດ, ປິ່ນປົວ ​ແລະ ຜ່າຕັດ​​ແກ້ວຕາ​ຄຸນ​ໂດຍ​ບໍ່​ເສຍ​ຄ່າໃຫ້​ປະຊາຊົນ​ທຸກ​ຍາກ​ຢູ່​ບັນດາ​ທ້ອງ​ຖິ່ນ​ຢູ່​ລາວ.

ຂ່າວ/ບົດ​ອື່ນ