ຫວຽດນາມຍົກລະດັບການກ່າວເຕືອນສຳລັບການເຄື່ອນໄຫວປ້ອງກັນ,ຕ້ານພະຍາດໄວຣັດຊິກາ

ຫວຽດນາມຍົກລະດັບການກ່າວເຕືອນສຳລັບການເຄື່ອນໄຫວປ້ອງກັນ,ຕ້ານພະຍາດໄວຣັດຊິກາ - ảnh 1
(ພາບ​ປະ​ກອບ)

(vovworld) - ໃນ​ແຈ້ງ​ການ​ຂອງ​ອົງ​ການສະ​ໜອງ​​ຂໍ້​ມູນກົດ​ລະ​ບຽບ​​ສາ​ທາ​ລະ​ນະ​ສຸກຂອງ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ທີ່​ສົ່ງ​ເຖິງ​ບັນ​ດາ​ອົງ​ການ​ສະ​ໜອງ​ຂໍ້​ມູນແຫ່ງ​ຊາດ​ປະ​ຕິ​​ບັດ​ກົດ​ບະ​ບ​ຽບ​ສາ​ທາ​ລະ​ນະ​ສຸກ​ສາ​ກົນ (IHR) ຂອ​ງ​ຫວຽດ​ນາມ ​ໃນວັນ​ທີ 23/03 ​​ໃຫ້ຮູ້​ວ່າ, ອົດ​ສະ​ຕາ​ລີ ຫາກ​ໍ​ຢັ້ງ​ຢືນ​ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັດ​ຊິ​ກາ (Zika) ພາຍ​ຫຼັງ​​ທີ່ກັບ​ເມືອ​ຈາກ​ຫວຽດ​ນາມ. ​ຄົນຜູ້​ນີ້​ມີ​ອາ​ການ​ຂອງ​ເຊື້ອໄວ​ຣັດ​ຊິ​ກາ​ຄື: ເປັນ​ໄຂ້, ອອກ​ຕຸ່ມ, ເຈັບ​ຫົວ, ເຈັບ​ຕາມ​ຕົນ​ໂຕ, ອັກ​ເສບ​ທ​ມ່ານ​ຕາ, ຮູ້​ສຶກ​ປວດ​ຮາກ… ໃນ​ໄລ​ຍະ​ຢູ່​ຢ້ຽ​ມ​ຢາມ​ຫວຽດ​ນາມ ແຕ່​ວັນ​ທີ 26/02 – 06/03, ຜູ້​ກ່ຽວ​ໄດ​້​ໄປ​ນະ​ຄອນ​ໂຮ່​ຈິ​ມິນ, ເລີມ​ດົ່ງ, ແຄ໋ງ​ຮ່​ວາ ແລະ ບິ່ງ​ທ້ວນ. ພາຍ​ຫຼັງ​​ທີ່ໄດ້​ຮັບ​ຂໍ້​ມູນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໄດ້​ສ້າງ​​ແຕ່ງຄະ​ນະ​ປະ​ຕິ​ບັດ​ງານ​​ຢູ່​ບັນ​ດາ​ແຂວງ ແຄ໋ງ​ຮ່​ວາ, ບິ່ງ​ທ້ວນ ເພື່ອ​ເຮັດ​ວຽກ​ກັບ​ຄະ​ນະ​ກຳ​ມ​ະ​ການ​ປະ​ຊາ​ຊົນ ແລະ ບັນ​ດາ​ພະ​ແນ​ກ, ຂະ​ແໜງ​ການທີ່​ກ່ຽ​ວ​ຂ້ອງ, ຊີ້​ນຳ​​​ວຽກ​ງານການ​ຕິດ​ຕາມກວດ​ກາໂດຍ​ກົງ, ຢັ້ງ​ຢືນ ແລະ ຜັນ​ຂ​ະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ, ຕ້ານ​ເຊື້ອ​ໄວ​ຣັດ​ຊິ​ກາ ຢູ່​ຫວຽດ​ນາມ… ມາ​ຮອດ​ປະ​ຈຸ​ບັນ​, ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ຄົບ​ຖ້ວນ, ສະ​ນັ້ນ​ຍັງ​ບໍ​່ທັນ​ຢັ້ງ​ຢືນ​ໄດ້​ວ່າ ​ຄົນຜູ້ນັ້ນ​ຖືກ​ຕິດ​ເຊື້ອ​ພະ​ຍາດ​ໄວ​ຣັດ​ຊິ​ກາ ກ່ອນ​ທີ່​ມາ​ຫວຽດ​ນາມ ຫຼື ພາຍ​ຫຼັງ​ທີ່​ເດີນ​ທາງ​ອອກ​ຈາກ​ຫວຽດ​ນາມ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈະ​ສືບ​ຕໍ່​ເຮັດ​ແຈ້ງ​ບັນ​ດາ​ຂໍ້​ມູນ​ທີ່​ກ່​ຽວ​ຂ້ອງ ແລະ ຜັນ​ຂະ​ຫຍາຍ​ການ​ຕິດ​ຕາມກວດ​ກາ​​ເຊື້ອ​ພະ​ຍາດວ່າ​ໄວ​ຣັດ​ຊິ​ກາ ​ປະ​ກົດ​ຕົວ​ຢູ່​ຫວຽດ​ນາມ ​ແທ້ ຫຼື ບໍ່.

ຂ່າວ/ບົດ​ອື່ນ