ຫວຽດນາມ-ຍີປຸ່ນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ-ຍີປຸ່ນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ   - ảnh 1
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ແລະ ທ່ານພົນ​ເຮືອ​ເອກ Kawano Katsutoshi , ຜູ້​ບັນຊາ​ການ​ທະຫານ​ເຮືອ​ກຳລັງປ້ອງ​ກັນ​ຕົວ ຍີປຸ່ນ (ພາບ: cpv.org.vn)

Vovworld- ​ຕອນ​ບ່າຍ​ວັນ​ທີ 2/5, ທີ່​ການ​ຕ້ອນຮັບ​ທ່ານພົນ​ເຮືອ​ເອກ Kawano Katsutoshi , ຜູ້​ບັນຊາ​ການ​ທະຫານ​ເຮືອ​ກຳລັງປ້ອງ​ກັນ​ຕົວ ຍີປຸ່ນຊຶ່ງພວມຢູ່ ຢ້ຽມຢາມຫວຽດນາມ, ທ່ານພົນເອກ ຟຸ່ງກວາງແທງ ລັດຖະມົນຕີກະຊວງປ້ອງກັນ ປະເທດຫວຽດນາມ​ຖື​ວ່າ ພ້ອມ​ກັບ​ການ​ພັດທະນາ​ລວມຂອງ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຍີ​ປຸ່ນ​ໃນ​ທຸກໆ​ຂົງ​ເຂດ​ນັ້ນ, ການ​ຮ່ວມ​ມື​ທາງ​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ 2 ຝ່າຍ​ກໍ​ໄດ້​ມີ​ບັນດາ​ບາດກ້າວ​ຂະຫຍາຍຕົວ​ຢ່າງ​ດີ​ງາມ, ຊຶ່ງ​​ໄດ້​ສະ​ແດງ​ອອກ​ຜ່ານ​ເລື່ອງ​ກອງທັບ​ຂອງ 2 ປະ​ເທດ​ໄດ້​ສ້າງ​ກົນ​ໄກ​ສົນທະນາ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດຂັ້ນ​ຮອງ​ລັດຖະມົນຕີກະຊວງປ້ອງກັນປະເທດ. ລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ ກໍໄດ້ຕີລາສູງການ ພັດທະນາໃນການພົວພັນລະຫວ່າງກອງທັບເຮືອຂອງ 2 ປະເທດ, ໃນນັ້ນເລັ່ງໃສ່ ບັນດາຂົງເຂດຮ່ວມມືຄືບຳລຸງສ້າງ, ຝຶກສອນ​ໃຫ້​ແກ່​ບັນດາ​ນັກ​ສຳ​ມະ​ນາກ​ອນ ການ​ທະຫານ​ຫວຽດນາມ, ​ແບ່ງປັນ​ບົດຮຽນ​ໃນ​ການ​ກໍ່ສ້າງ, ພັດທະນາກຳລັງ​ທະຫານ​ເຮືອ.

     ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານພົນ​ເຮືອ​ເອກ Kawano Katsutoshi ​ແມ່ນ​ນອນ​ໃນ​ແຜນການ​ແລກປ່ຽນ​ຄະນະ​ຜູ້​ແທນ​ປີ 2013 ຂອງ​ເຫຼົ່າ​ທັບ​ເຮືອ. ​ໃນ​ເວລາ​ຢ້ຽມຢາມ​ຫວຽດນາມ, ​ທ່ານພົນ​ເຮືອ​ເອກ Kawano Katsutoshi ພ້ອມ​ດ້ວຍ​ຄະນະ ​ໄດ້​ເຂົ້າ​ຄຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ,  ຢ້ຽ​ມຢາມ​ກອງ​ບັນຊາ​ການ​ທະຫານ​ເຮືອ ​ແລະ ບາງ​ກົມ​ກອງ​ສັງກັດ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ