ຫວຽດນາມຍາມໃດກໍ່ພ້ອມແລ້ວຕ້ອນຮັບບັນດາວິສາຫະກິດເອີລົບມາລົງທຶນຢູ່ຫວຽດນາມ

ຫວຽດນາມຍາມໃດກໍ່ພ້ອມແລ້ວຕ້ອນຮັບບັນດາວິສາຫະກິດເອີລົບມາລົງທຶນຢູ່ຫວຽດນາມ - ảnh 1
​ທ່ານ ຫງວຽນ​ວັນ​ບີງ, ຫົວ​ຫ​ນ້າ​ຄະ​ນະ​ເສດ​ຖະ​ກິດສູນ​ກາງ ແລະ ທ່ານ Jens Ruebbert, ປະ​ທານ ສ​ະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ
ພາບ:TTXVN

(vovworld)- ຫວຽດ​ນາມ​ຍາມ​ໃດກໍ່​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​​ເອີ​ລົບ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ ຫງວຽນ​ວັນ​ບີງ, ຫົວ​ຫ​ນ້າ​ຄະ​ນະ​ເສດ​ຖະ​ກິດສູນ​ກາງ ໃນ​ການ​ຕ້ອນ​ຮັບ ທ່ານ Jens Ruebbert, ປະ​ທານ ສ​ະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ (Eurocham) ປະ​ຈຳ​ຫວຽນາມ ໃນ​ວັນ​ທີ 19/4. ເມື່ອ​ແຈ້ງ​ໃຫ້​ທ່ານ Jens Rubbert ຊາບ​ບາງ​​ບັນ​ຫາຈຸດ​ສຸມຕົ້ນ​ຕໍ ຊື່ງ​ຫວຽດ​ນາມ ສຸມ​ໃສ່ປະ​ຕິ​ບັດ​ຕາມ​ເນື້ອ​ໃນ​ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 12 ຂອງ​ພັກ, ທ່ານ ຫງວຽນ​ວັນ​ບີງ, ຫົວ​ຫ​ນ້າ​ຄະ​ນະ​ເສດ​ຖະ​ກິດສູນ​ກາງ ໄດ້​ເນັ້ນ​ຫ​ນັກ​ຢ່າງ​ແຮງ​ບັນ​ດາກ​ານ​ໃຫ້​ບຸ​ລິ​ມະ​ສິດ​ສຳ​ຄັນ​ຂອງ​ຫວຽດ​ນາມ ແມ່ນ​ຍູ້​ແຮງ​ການ​ປະ​ຕິ​ຮູບ ເພື່ອ​ສ້າງ​ລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ໃຫ້​ສົມ​ບູນບບ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ແກ້ງ​ແຍ້ງ​ຢ່າງ​ສະ​ເຫມີ​ພາບ, ປອດ​ໃສ, ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ພ້ອມ​ທັງ ຢືນ​ຢັນ: ຫວຽດ​ນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ຕ້ອນ​ຮັບ ບັນ​ດາ​ວິ​ສາ​ຫະ​ກິດ​ເອີ​ລົບ​​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ. ທ່ານ ຫງວຽນ​ວັນ​ບີງ ເຊື່ອ​ໝັ້ນ​ວ່າ ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ ຈະ​ສືບ​ຕໍ່​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່​ຫວຽດ​ນາມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ປະ​ກອບ​ສ່ວນ​ຕັ້ງ​ຫ​ນ້າ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ສະ​ຫະ​ພາບ​ເອີ​ລົບ ແລະ ຫວຽດ​ນາມ. ສ່ວນ​ທ່ານ Jens Rubbert ປະ​ທານ Eurocharm ຖື​ວ່າ ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ ສະ​ຫະ​ພາບ​ເອີ​ລົບ ແລະ ຫວຽດ​ນາມ ຈະ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ຄ້າ​ທົ່ວ​ໂລກ​ຂອງ​ຫວຽດ​ນາມ, ຊ່ວຍ​ໃຫ້​ຫວຽດ​ນາມ ກາຍ​ເປັນ​ຈຸດ​ນັດ​ພົບ​ແຫ່ງການ​ດຳ​ເນີນ​ທຸ​ລະ​ກິດ, ການ​ລົງ​ທຶນ​ຢູ່​ພາກ​ພື້ນ ອາ​ຊຽນ ຂອງວິ​ສ​າ​ຫະ​ກິດ ເອີ​ລົບ.


ຕອບກັບ

ຂ່າວ/ບົດ​ອື່ນ