ຫວຽດນາມຕັ້ງໜ້າ ຊຸກຍູ້ການຮ່ວມມືໃນ ອາຊຽນກ່ຽວກັບ ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ

ຫວຽດນາມຕັ້ງໜ້າ ຊຸກຍູ້ການຮ່ວມມືໃນ ອາຊຽນກ່ຽວກັບ ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ - ảnh 1
ການປະຊຸມຂ່າວໃນວັນທີ 12/6
(ພາບ: qdnd.vn)

(vovworld) – ກອງ​ປະຊຸມ​ຄັ້ງ​ທີ 1 ຂອງ​ກຸ່ມ​ນັກ​ຊ່ຽວຊານ​ກ່ຽວ​ກັບ​​ການ​ເກັບ​ກູລະ​ເບີດ​ບໍ່​ທັນ​ແຕກ​ມະນຸດສະທຳໃນ​ຂອບ​ເຂດ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ (ADMM+) ຈະ​ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ​ແຕ່​ວັນ​ທີ 17 – 20/6 ຈະ​ມາ​ເຖິງ. ນີ້​​ເປັນ​ຄັ້ງ​ທຳ​ອິດ ຫວຽດນາມ ​ແລະ ອິນ​ເດຍ ​ເປັນ​ປະທານ​ຮ່ວມຈັດ​ຕັ້ງ​ກອງ​ປະຊຸມ​, ​​ຜ່ານ​ນັ້ນຈະສ້າງ​ແຜນການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ນັກ​ຊ່ຽວຊານ ADMM+ ກ່ຽວ​ກັບການ​ເກັບ​ກູລະ​ເບີດ​ບໍ່​ທັນ​ແຕກ​ມະນຸດສະທຳ​ໄລຍະ 2014 – 2017.

    ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​​ເຊົ້າ​ວັນ​ທີ 12/6, ຢູ່ ຮ່າ​ໂນ້ຍ ​ໂດຍ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຈັດ​ຕັ້ງ, ທ່ານ ພັນ​ເອກ ​ໂດ໋ມາຍ​ແຄງ, ຮອງ​ຫົວໜ້າ​ວິທະຍາຄານ​ການ​ພົວພັນ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ, ກະຊວງ​ປ້ອງ​ກັນ​ປະ​ເທດ, ຊີ້​ແຈ້ງວ່າ:

    “ນີ້​ເປັນ​ກອງ​ປະຊຸມ​ທຳ​ອິດ​ໃນ​ຂອບ​ເຂດ ADMM+ ກ່ຽວ​ກັບ​ການ​ເກັບ​ກູລະ​ເບີດ​ບໍ່​ທັນ​ແຕກ​ມະນຸດສະທຳ, ​ແມ່ນ​ພື້ນຖານ​ເພື່ອ​ລະດົມ​ການ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ນີ້, ​ແນ​ໃສ່​ຍູ້​ໄວ​ລະດັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້​ອນຫຼັງຂອງລະ​ເບີດ​ບໍ່​ທັນ​ແຕກ ບໍ່​ພຽງ​ແຕ່​ຢູ່ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຈາກ​ລະ​ເບີດໝາກ​ມິ​ນອີກ​ດ້ວຍ. ຜ່ານ​ນັ້ນ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ອົງການ, ບັນດາ​ປະ​ເທດ​ພິຈາລະນ​າການ​ອຸປະຖຳ​ມະນຸດສະທຳ​ກໍ່​ຄື​ປະກອບສ່ວນ​ຊ່ວຍ​ຊີວິດ​ຂອງ​ປະຊາຊົນ​ສະຫງົບ​ງຽບ​ກ່ວາ ພິ​ເສດ​ແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລະ​ເບີດໝາກ​ມິນ, ວັດ​ຖຸລະ​ເບີດ​ເຊື່ອ​ມຕົວ​ເຂົ້າ​ກັບ​ປະຊາ​ຄົມ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ບັນດາ​ປ​ະ​ເທດ​ຈະພ້ອມ​ກັນ​ປຶກສາ​ຫາລື​ເພື່ອ​ຊອກ​ຫາ​ວິທີ, ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ວຽກ​ງານ​ທຳລາຍ​ລະ​ເບີດໝາກ​ມິນ​ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.”

 


ຂ່າວ/ບົດ​ອື່ນ