ຫວຽດນາມຕັ້ງໜ້າກະກຽມໃຫ້ການປະກວດສີມືການຊ່າງອາຊຽນຄັ້ງທີ10

ຫວຽດນາມຕັ້ງໜ້າກະກຽມໃຫ້ການປະກວດສີມືການຊ່າງອາຊຽນຄັ້ງທີ10 - ảnh 1
ພາບປະກອບ

(​vovworld) – ການປະ​ກວດ​ສີມື​ການ​ຊ່າງ ອາ​ຊຽນ ຄັ້ງ​ທີ 10 ຈະ​ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ​​ໃນ​ລະຫວ່າງ​ວັນ​ທີ 19 – 29/10. ດ້ວຍ​ຫົວ​ຂໍ້​ວ່າ “ທັກ​ສະ​ອາຊີບ - ຄຸນຄ່າ​ຕົວ​ຈິງ​ຂອງ​ພວກ​ເຮົາ”, ການ​ປະ​ກວດ​ຄັ້ງ​ນີ້​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ 300 ຄົນ​ທີ່​ມາ​ຈາກ 10 ປະ​ເທດ ອາຊຽນ, ​ແຂ່ງຂັນ 25 ອາຊີບ.

    ນັກຮຽນຫວຽດນາມ 51 ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະ​ກວດ​ຈະ​ເຂົ້າ​ຮ່ວມ​ທຸກ​ເນື້ອ​ໃນ​ທີ່​ການ​ປະ​ກວດ​ສີ​ມີ​ການ​ຊ່າງ​ຂັ້ນ​ພາກ​ພື້ນ​ນີ້. ທ່ານ ຟ້າ​ມຊວນ​ແຄ໋ງ, ອະທິການ​ບໍດີ​ວິທະຍາ​ໄລ​ວິຊາ​ຊີບ​ເຕັກ​ໂນ​ໂລ​ຢີສູງ ຮ່າ​ໂນ້ຍ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ໂຮງຮຽນ​ສອນ​ວິຊາ​ຊີບ 14 ​ແຫ່ງ​ມີ​ນັກຮຽນ​ເຂົ້າ​ຮ່ວມ, ​ໃຫ້​ຮູ້​ວ່າ​ ນັກ​ຮຽນ 11 ຄົນ​ເຂົ້າ​ຮ່ວມ​ການ​ປະ​ກວດ​ສີມື​ການ​ຊ່າງ ອາ​ຊຽນ ຄັ້ງ​ທີ 10 ຂອງ​ໂຮງຮຽນ​ພວມ​ໄດ້​ຮັບ​ການ​ຝຶກ​ອົບ​ຮົບ​ຢ່າງ​ລະອຽດ.

    “​ໂຮງຮຽນ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ 6 ອາຊີບ. ບັນ​ດາ​ນັກ​ຮຽນໄດ້​ຮັບ​ການ​ຝຶກ​ອົບຮົມ​ຢ່າງ​ລະອຽດ​ໃນ​ໄລຍະຍາວ, ກະກຽມ​ສຸຂະພາບ​ເປັນ​ຢ່າງ​ດີ. ພິ​ເສດ​, ​ໂຮງຮຽນ​ໄດ້​ລະດົມ​ພວກ​ນ້ອງ​ປະດິດ​ສ້າງ​ໃນ​ການ​ຝຶກ​ອົບຮົມ, ​ເຮັດ​​ແນ​ວໃດ​ເພື່ອ​ປະຢັດ​ເວລາ​ທີ່​ສຸດ​ແຕ່​ນຳ​ມາ​ເຊິ່ງໝາກຜົນ​ໄວ, ມີ​ປະສິດທິ​ຜົນດີ​ທີ່​ສຸດ.”


ຂ່າວ/ບົດ​ອື່ນ