ຫວຽດນາມຕັ້ງໜ້າເຂົ້າຮ່ວມການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມຕັ້ງໜ້າເຂົ້າຮ່ວມການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
(ຫວຽດນາມຕັ້ງໜ້າເຂົ້າຮ່ວມການຮັບມື
ກັບການປ່ຽນແປງຂອງດິນຟ້າອາກາດ)

(vovworld) -  ​ເວ​ທີ​ປາ​ໄສ​ຮ່ວມ​ມືນິ້ວ​ເຄຼຍ​ອາ​ຊີ (FCNA) ຄັ້ງ​ທີ 16 ​ຖືກດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 07 - 08/12, ຢູ່​ນະ​ຄອນ​ຫຼວງ​ໂຕກ​ຽວ, ປະ​ເທດ​ຍີ່​ປຸ່ນ. ເວ​ທີ​ປາ​ໄສ​ໂດຍ​ຄະ​ນະ​ກຳ​ມິ​ການພະ​ລັງານ​ມະ​ລະ​ມາ​ນູ​ຍີ່​ປຸ່ນ ແລະ ຫ້ອງວ່າ​ການ​ລັດ​ຖະ​ບານຍ​ີ່​ປຸ່ນ ສົມ​ທົບ​ກັນ​ຈັດ​ຕັ້ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 12 ປະ​ເທດ​ສະ​ມາ​ຊິກ​ຄື: ຍີ່​ປຸ່ນ, ຈີນ, ຫວຽດ​ນາມ, ຟິ​ລິບ​ປີນ, ອົດ​ສະ​ຕາ​ລີ… ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່​ານ ຈູ​ຫງອກ​ແອງ, ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ເປັນ​ຫົວ​ໜ້າ​ຄະ​ນະເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ.

      ທີ່​ເວ​ທີ​ປາ​ໄສ, ທ່ານ ຈູ​ຫງອກ​ແອງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີຫວຽດ​ນາມ ໄດ້​ຊີ້​ແຈ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ເວ​ທີ​ປາ​ໄສ, ຢືນ​ຢັນ​ວ່າ, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ ແລະ ຕັ້ງ​ໜ້າ ດ້ວຍ​ການ​ເປັນ​ປະ​ທານ​ເວ​ທີ​ປາ​ໄສ​ເມື່ອ​ປີ 2004, ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ກ່ຽວ​ຂ້ອງ​ເຖ​ິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ນິວ​ເຄຼຍ. ​ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ, ຊີ້​ແຈ້ງ​ບັນ​ດາ​ທັດ​ສະ​ນະ​ຂອງ​ຫວຽດ​ນາມ ສຳ​ລັບ​ການ​ຕໍ່​ສູ້, ຕ້ານ​ບັນ​ຫາ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ, ຊີ້​ແຈ້ງ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ຂອງ​ຫວຽດ​ນາມ ໃນ​ການ​ຮ່ວມ​​ແຮງ​ຮ່ວມ​ໃຈ​ພ້ອ​ມ​ກັບປະ​ຊາ​ຄົມ​ສາ​ກົນ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ, ເຖິງວ່າ, ຫວຽດ​ນາມ ຍັງ​ຖືກຈຳ​ກັດ​ດ້ານ​ການ​ເງິນ​ກໍ​ຕາມ, ແຕ່​ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ປະ​ກອບດ້ານ​ການເງິນ​ສ່ວນ​ໜຶ່ງ​​ໃຫ້​ກອງ​ທຶນ​ລວມ ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ ກໍ​ຄື​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ.

      ເວ​ທີ​ປາ​ໄສ​ຄັ້ງ​ນີ້ດ​້ວຍ​ຫົວ​ຂໍ້ ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ ແຕ່​ໄດ້​ປະ​ກອບ​ສ່ວນ​ຍົກ​ສູງ​ລະ​ດັບ​ຄອງ​ຊີບ​ຂ​ອ​ງ​ປະ​ຊາ​ຊົນ ແມ່ນ​ເນື້ອ​ໃນ​ສຳ​ຄັນ​ເປີດ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື, ຄົ້ນ​ຄວ້າ, ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ລະ​ຫວ່າງ​​ປະ​ເທດສະ​ມາ​ຊິກ ຮັບ​ໃຊ້​ພາ​ລະ​ກິດ​ພັດ​ທະ​ນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຂອງ​ແຕ່​ລະ​ປະ​ເທດ, ພິ​ເສດ​ແມ່ນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍ ເພື່ອ​ຮັບ​ໃຊ້​ວຽກ​ງານ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ຂ່າວ/ບົດ​ອື່ນ