ຫວຽດນາມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະຫະປະຊາຊາດ

(VOVWORLD) -ວັນທີ 21 ມິຖຸນາ, ກອງປະຊຸມສຸດຍອດຜູ້ບັນຊາການຕຳຫຼວດບັນດາປະເທດສະມາຊິກສະຫະປະຊາຊາດ ໄດ້ດຳເນີນຢູ່ນິວຢອກ, ປະເທດອາເມລິກາ. ນີ້ແມ່ນເວທີປາໄສເພື່ອໃຫ້ກຳລັງຕຳຫຼວດບັນດາປະເທດ ແລະ ບັນດາຄູ່ຮ່ວມມືແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານດ້ານວິຊາການ.

ຫວຽດນາມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະຫະປະຊາຊາດ - ảnh 1 ຫວຽດນາມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະຫະປະຊາຊາດ

(ພາບ: TTXVN)

ເຂົ້າຮ່ວມກອງປະຊຸມ ມີບັນດາລັດຖະມົນຕີ, ຫົວໜ້າຕຳຫຼວດ ແລະ ຜູ້ຕາງໜ້າກຳລັງຕຳຫຼວດມາຈາກ 193 ປະເທດສະມາຊິກສະຫະປະຊາຊາດ. ພົນຕີ ເຈິ່ນວັນເວ້, ຜູ້ຮັກສາການຫົວໜ້າກົມໃຫຍ່ຕຳຫຼວດຫວຽດນາມ, ກະຊວງຕຳຫຼວດ ເຂົ້າຮ່ວມເຫດການ.

      ກ່າວຄຳເຫັນທີ່ກອງປະຊຸມ, ພົນຕີ ເຈິ່ນວັນເວ້ ເນັ້ນໜັກວ່າ, ກຳລັງຕຳຫຼວດຫວຽດນາມ ຕີລາຄາສູງກົນໄກກອງປະຊຸມສຸດຍອດຕຳຫຼວດສະຫະປະຊາຊາດ ແລະ ເຊື່ອໝັ້ນວ່າ ກົນໄກດັ່ງກ່າວຈະຊ່ວຍຫັນບັນດາຄຸນຄ່າຂອງກຳລັງຕຳຫຼວດສະຫະປະຊາຊາດໄດ້ຢ່າງສູງສຸດ, ປະກອບສ່ວນຮັກສາສັນຕິພາບ ແລະ ແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ… ພົນຕີ ເຈິ່ນວັນເວ້ ຢືນຢັນວ່າ, ຫວຽດນາມ ພວມຕັ້ງໜ້າກະກຽມບັນດາເງື່ອນໄຂເພື່ອສະເໜີກຳລັງຕຳຫຼວດເຂົ້າຮ່ວມບັນດາຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດ. ປະຈຸບັນ, ຫວຽດນາມ ໄດ້ ແລະ ພວມເຂົ້າຮ່ວມຢ່າງຕັ້ງໜ້າພ້ອມກັບປະຊາຄົມສາກົນ ແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຍ້ອນບັນດາການປະທະກັນໃນໂລກປະໄວ້ໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ