ຫວຽດນາມຕີລາຄາສູງ ເລື່ອງອີນເດຍ ປະກອບສ່ວນຮັບປະກັນຄວາມສະຖຽນລະພາບໃນພາກພື້ນອາຊຽນ

ຫວຽດນາມຕີລາຄາສູງ ເລື່ອງອີນເດຍ ປະກອບສ່ວນຮັບປະກັນຄວາມສະຖຽນລະພາບໃນພາກພື້ນອາຊຽນ - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອີນ​ເດຍ ຫງວຽນ​ແທງ​ເຕີນ)

(vovworld) – ​ວັນ​ທີ 09/06, ​ເມື່ອ​ຕອບ​ສຳພາດ​ຕໍ່​ວົງ​ການ​ນັກ​ຂ່າວ ກ່ຽວ​ກັບ​ໄຊຊະນະ​ຂອງ​ພັກ​ປະຊາຊົນ​ອີນ​ເດຍ (BJP), ​ໂດຍ​ທ່ານ​ນາຍົກລັດຖະມົນຕີ Narendra Modi ນຳ​ໜ້າ ​ແລະ ມີ​ຄວາມ​ໝາຍສຳລັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອີນ​ເດຍ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ອີນ​ເດຍ ຫງວຽນ​ແທງ​ເຕີນ ​ໃຫ້​ຮູ້​ວ່າ, ການ​ເພີ່ມ​ທະວີ​ການ​ມີໜ້າ​ຂອງ​ອີນ​ເດຍ ​ໃນ​ພາກ​ພື້ນຈະ​ປະກອບສ່ວນ​ຮັບປະກັນ​ຄວາມ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຕີນ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ພາຍ​​ໃຕ້​ການ​ຊີ​້ນຳ​ນຳພາ​ຂອງ​ລັດຖະບານ​ໃໝ່, ອີນ​ເດຍ ຈະ​ເປີດ​ກວ້າງ​ການ​ມີໜ້າ​ຂອງ​ຕົນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​​​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ດຸນດຽງ​ຂອງບັນດາ​ກຳລັງ​ອື່ນທີ່​ຫາ​ກໍ່​ພົ້ນ​ເດັ່ນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຖື​ວ່າ ການ​ມີໜ້າ​ຂອງ​ອີນ​ເດຍ ທີ່​ກອງ​ປະຊຸມ​ກ່ຽວ​ກັບ​ການ​ສົມທົບ​ກັນ​ເຄື່ອນ​ໄຫວ ​ແລະ ບັນດາ​ມາດ​ຕະການ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢູ່​ອາຊີ ​ແລະ ກອງ​ປະຊຸມ Shangri La ທີ່​ຜ່ານ​ມາ, ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ລັດຖະບານ​ອີນ​ເດຍ ​ໃນ​ປະຈຸ​ບັນຢາກ​ເດີນ​ຕາມ​ນະ​ໂຍບາຍ “ມຸ່ງ​ໄປ​ສູ່ທິດຕາ​ເວັນ​ອອກ”. ຫວຽດນາມ ​ເຊື່ອ​ໝັ້ນວ່າ ທ່ານ​ນາຍົກລັດຖະມົນຕີ ອີນ​ເດຍ ຈະ​ເດີນ​ຕາມ​ນະ​ໂຍບາຍ “ມຸ່ງ​ໄປ​ສູ່ທິດຕາ​ເວັນ​ອອກ” ຄື​ບັນດາ​ນາຍົກລັດຖະມົນຕີກ່ອນນີ້ຢ່າງ​ແຮງ .

        ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອີນ​ເດຍ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫງວຽນ​ແທງ​ເຕີນ ​ໃຫ້​ຮູ້​ວ່າ, ຫວຽດນາມ ມີ​ບັນດາ​ກາລະ​ໂອກາດ​ລົງທຶນ​ເຂົ້າ​ອີນ​ເດຍ ຢ່າງ​ໃຫຍ່​ຫຼວງ, ປາດ​ຖະໜາ​ວ່າ ອີນ​ເດຍ ຈະ​ຮັບ​ບັນດາ​ທ່າ​ແຮງ​ນັ້ນ. ອີນ​ເດຍ ​ໄດ້​ລົງທຶນໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ດ ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ