ຫວຽດນາມປະກາດເອກະສານສັນຍາຄູ່ຮ່ວມມືຂ້າມປາຊີຟິກ

ຫວຽດນາມປະກາດເອກະສານສັນຍາຄູ່ຮ່ວມມືຂ້າມປາຊີຟິກ - ảnh 1
(ພາບປະກອບ)

(vovworld) - ​​​ພາຍຫຼັງ​ທີ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ ສັນ​ຍ​າຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ ຢູ່​ອັດ​ແລນ​ຕາ ອາ​ເມ​ລິ​ກາ​ເປັນ​ເວ​ລາໜື່ງ​ເດ​ືອນ, ວັນ​ທີ 5/11 ຫວຽດ​ນາມ​ພ້ອມ​ກັບ 11 ປະ​ເທດ​ສະ​ມາ​ຊິກ​ປະ​ກາດ​ເອ​ກະ​ສານ​ສັນ​ຍາ​ການ​ຄ້າ​ເສ​ລີ​ (TPP). ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ​ໃຫ້​ຮູ້​ວ່າ: ບັນ​ດາ​ປະ​ເທດ TPP ໄດ້​​ເຫັນ​ດີເປັນ​ເອ​ກະ​ພາບມອບ​ໃຫ້​ປະ​ເທດ ນິວ​ຊີ​ແລນ ​ປະ​ກາດ​ເອ​ກະ​ສານ​ສັນ​ຍາ​ດັ່ງ​ກ່າວ. ນອກ​ຈາກ​ບັນ​ດາ​ເນື້ອ​ໃນ​ຄຳ​ໝັ້ນ​ສັນ​ຍາ​ທີ່​ລະ​ບຸໃນ​ສັນ​ຍາ​ແລ້ວ, ໃນ​ວິ​ວັດ​ການ​ເຈ​ລະ​ຈາ​ ບັນ​ດາ​ປະ​ເທດ TPP ກໍ່​ບັນ​ລຸ​ໄດ້​ບາງ​ຂໍ້​ຕົກ​ລົງ​ສອງ​ຝ່າຍ. ໂດຍ​ບັນ​ດາ​ຂໍ້​ຕົກ​ລົງ​ນີ້ ພຽງ​ແຕ່​ກ່ຽວ​ຂ້ອງ​ເຖິງບັນ​ດາ​ຝ່າຍ​ລົງ​ນາມ ເພາະ​ສະ​ນັ້ນ, ບັນ​ດາ​ຝ່າຍ​ທີ່​ໄດ້​​ຮັບ​ການລົງ​ນາມ​ຈະ​ປະ​ກາດ​ຕ່າງ​ຫາກ. ຕາມ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​​ຫວຽດ​ນາມແລ້ວ, ພາຍຫຼັງ​ປະ​ກາດ​ເອ​ກະ​ສານ​ສັນ​ຍາ, ບັນ​ດາ​ປະ​ເທດ TPP ຈະ​ໃຫ້​ສຳ​ເລັດ​ເອ​ກະ​ສານກວດ​ກາ​ນິ​ຕິ​ກຳ​ໂດຍ​ໄວ ເພື່ອ​ກະ​ກຽມ​ໃຫ້​​ແກ່ການ​ລົງ​ນາມ​ໃນສັນ​ຍາ. ແຕ່​ລະ​ປະ​ເທດ, ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ຫວຽດ​ນາມ, ຈະ​ສະ​ຫງວນ​ເວ​ລາ​ໃດ​ໜຶ່ງ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຄົ້ນ​ຄວ້າ​ສັນ​ຍາ​ກ່ອນ​ການ​ລົງ​ນາມ, ແຕ່ 60 ຫາ 90 ວັນ. ຜ່ານ​ເວ​ລາ​ດັ່ງ​ກ່າວນີ້, ບັນ​ດາ​ປະ​ເທດ TPP ຈະ​ດຳ​ເນີນ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ. ປະ​ຈຸ​ບັນ ຈຸດ​ເວ​ລາ​ທີ່​ຈະ​ລົງ​ນາມ​​ໃນສັນ​ຍາ​ຢ່າງ​ເປັນ​ທາງ​ການ ຍັງ​ບໍ່​ທັນ​ໄດ້​ກຳ​ນົດ ຄາດ​ວ່າ​ຈະ​ສຳ​ເລັດ​ໄວ​ກວ່າ​ ງວດ I ໃນ​ປີ​ຈະ​ມາ​ເຖິງ. ພາຍຫຼັງ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ, ບັນ​ດາ​ປະ​ເທດ​ຈະ​ດຳ​ເນີນ​ບັນ​ດາເອ​ກະ​ສານ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ