ຫວຽດນາມປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ

(VOVWORLD) -ຫວຽດນາມ ໄດ້ປະຕິບັດບັນດາພັນທະຢ່າງຄົບຖ້ວນຂອງຝ່າຍເຂົ້າຮ່ວມກອບສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC), ອະນຸສັນຍາກໂອໂຕ, ຂໍ້ຕົກລົງປາຣີ…
ຫວຽດນາມປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ - ảnh 1 (ພາບປະກອບ: TTXVN)

ວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ກຳມາທິການການຕ່າງປະເທດສະພາແຫ່ງຊາດໄດ້ຈັດກອງປະຊຸມຕິດຕາມກວດກາຫົວເລື່ອງສະເພາະ: “ສະພາບການປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງຫວຽດນາມ ແມ່ນສະມາຊິກ”. ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ເລກົງແທ່ງ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ປະຕິບັດບັນດາພັນທະຢ່າງຄົບຖ້ວນຂອງຝ່າຍເຂົ້າຮ່ວມກອບສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC), ອະນຸສັນຍາກໂອໂຕ, ຂໍ້ຕົກລົງປາຣີ… ຢູ່ພາຍໃນປະເທດ, ຫວຽດນາມ ໄດ້ຄ່ອຍໆລະບົບນະໂຍບາຍ, ແຜນນະໂຍບາຍ, ແນວທາງ, ລາຍການ, ໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ສຳເລັດ ແລະ ຄ່ອຍປະຕິບັດໄປເທື່ອລະກ້າວ.

          ເພື່ອຍົກສູງປະຕິສິດທິຜົນໃນການປະຕິບັດບັນດາສົນທິສັນຍາສາກົນ, ບັນດາກະຊວງ, ຂະແໜງການສະເໜີວ່າ, ຄວນກວດກາ, ປັບປຸງບັນດາຂໍ້ກຳກົດຢ່າງທັນການ. ພ້ອມກັນນັ້ນ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ກໍ່ຕ້ອງສະເໜີບັນດາກົນໄກ, ນະໂຍບາຍກະກຽມ, ລະດົມແຫຼ່ງກຳລັງ, ເປັນເຈົ້າການປະຕິບັດຄຳໝັ້ນສັນຍາກັບສາກົນເທື່ອລະກ້າວ, ກໍຄືບັນດາການກະທຳອັນຮີບດ່ວນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ