ຫວຽດນາມປະສົບຜົນສຳເລັດໃນຖານະເປັນປະທານSEAMEO47

ຫວຽດນາມປະສົບຜົນສຳເລັດໃນຖານະເປັນປະທານSEAMEO47  - ảnh 1
ທ່ານລັດຖະມົນຕີ ຟ້າ​ມວູ້ລ້ວນ ກ່າວຄຳເຫັນໄຂກອງປະຊຸມ
SEAMEO 48
(ພາບ: baomoi.com)


(vovworld) – ກອງ​ປະຊຸມ​ສະພາ​ຂອງ​ອົງການ​ລັດຖະມົນຕີ​​ສຶກສາ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (SEAMEO) ຄັ້ງ​ທີ 48 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 7/5, ຢູ່​ນະຄອນ Pattaya ຂອງ ​ໄທ. ທີ່​ວາລະ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຟ້າ​ມວູ້ລ້ວນ, ປະທານ​ສະພາ SEAMEO 47, ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ເພື່ອແນ​ໃສ່ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາການ​ນຳ​ຂັ້ນ​ສູງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໃນ​​ເລື່ອງ​ຊຸກຍູ້ການ​ສ້າງ​ຕັ້ງ​ປະຊາ​ຄົມ​ລວມ ອາ​ຊຽນ ​ໃນ​ປີ 2015. ​ໃນ​ອາຍຸ​ການ​ເປັນ​ປະທານ​ຂອງ​ຕົນ, ທ່ານ​ລັດຖະມົນຕີ​ ຟ້າ​ມວູ້ລ້ວນ ​ໄດ້ຮັບ​ການຕີ​ລາຄາວ່າ​ ​ໄດ້ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ ​ແລະ ປະຕິບັດ​ບັນດາ​ມະຕິ​​ເຊິ່ງ​​ສະພາ​ໄດ້​ຮັບຮອງ​ເອົາ​​ຢູ່​ກອງ​ປະຊຸມ SEAMEO 47, ກໍ​ຄື​ບັນດາ​​ທິດ​ທາງທີ່ກຳນົດ​ໃນ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ບັນດາ​ລັດຖະມົນຕີ​ SEAMEO  ຢູ່ ລາວ​ເມື່ອ​ເດືອນ 9/2014 ​ແລະ ກອງ​ປະຊຸມ​ໃຫຍ່ SEAMEO ເປັນ​ຢ່າງ​ດີ. ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທຳ​ອິດ​ພາຍຫຼັງໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ຟ້າ​ມ ວູ້ລ້ວນ ​ໄດ້​ເປັນ​ປະທານ​ວາລະ​​ເລືອກຕັ້ງ​ປະທານ​ໃໝ່​ຂອງ SEAMEO  ​ແລະ ມອບຕຳ​ແໜ່​ງ​ປະທານ SEAMEO ​ໃຫ້​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ໄທ ນະຣົງ ພິພັດ​ທະນາ​ໄສ.

ຂ່າວ/ບົດ​ອື່ນ