ຫວຽດນາມ-ປະເທດສຸດຍອດທີ່ສຸດໃນການໄປທ່ອງທ່ຽວຄົນດຽວ

ຫວຽດນາມ-ປະເທດສຸດຍອດທີ່ສຸດໃນການໄປທ່ອງທ່ຽວຄົນດຽວ - ảnh 1
(ພາບປະກອບ)

(vovworld)- ຫວ່າງ​ແລ້ວນີ້ໜ້າ​​ເວັບ ​​ທ່ອງ​ທ່ຽວ Rough Guide ຂອງ​ອັງ​ກິດ ​​ຫາກໍ່ປະ​ກາດ​​ຜົນ​​ແຫ່ງການ​ຄັດ​ເລືອກ ຂອງຜູ້​ອ່ານກ່ຽວ​ກັບ 10 ປະ​ເທດ​ສຸດຍອດ​ ​​ສຳ​ລັບ​ການ​​ທ່ອງ​ທ່ຽວ​ຄົນ​ດຽວ ຢູ່​ໃນ​​ໂລກ. ຫວຽດ​ນາມ​ ຢືນ​ອັນ​​ດັບ 1 ໃນບັນ​ຊີ​ລາຍ​ຊື່ນີ້. ​ໜ້າ​ເວັບ​ການທ່ອງ​ທ່ຽວ Rough Guide ຖື​ວ່າ, ຖ້າ​ຫາກ​ນັກທ່ອງ​ທ່ຽວ ​​ຢາກ​ມີ​ການທ່ອງ​ທ່ຽວດີ​ທີ່​ສຸດແຕ່ຄົນ​ດຽວ ຢູ່​ຫວຽດ​ນາມ ​ດ້ວຍ​ບັນ​ດາ​ສະ​ຖານ​ທີ່, ​ອາ​ຫານ​ການ​ກິນ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ… ຈົ່ງໄປ​ຄົ້ນ​ຫາ​ດ້ວຍ​ຕົນ​ເອງ ແລະ ນັ້ນ​ແມ່ນ​ວິ​ທີ​ມີ​ປະ​ໂຫຍດ​ທີ່​ສຸດ ເພື່ອ​ສາ​ມາດ​ຊອກ​ຮູ້ ແລະ ​ຮັບ​ຮູ້​ໄດ້ ​ເມື​່ອ​ໄປ​ທ່ອງ​ທ່ຽວ ຢູ່​ປະ​ເທດນີ້. ນັກ​ທ່ອງ​ທ່ຽວ ຈະ​ມີ​​ປະ​ສົບ​ການ​ ໃນ​ການ​ທ່ອງ​ທ່ຽວ ນັບ​ຮ້ອຍຢ່​າງ ຈາກ​ການ​ຄົ້ນຫາ​ຫວຽດ​ນາມ. 9 ປະ​ເທດ ທີ່​ຍັງ​ເຫຼືອ​ໃນ​ບັນ​ຊີລາຍ​ຊື່ ​ບັນ​ດາປະ​ເທດສວຍ​ງາມ​ທີ່​ສຸດ ເພື່ອໃຫ້​ນັກທ່ອງ​ທ່ຽວ​​​ຄົ້ນ​ຫາ​ ລວມ​ມີ: ອຽກ​ລັງ, ໄທ, ສິງ​ກະ​ໂປ, ອົດ​ສ໌​ຕຣາ​ລີ, ກຳ​ປູ​ເຈຍ, ແອັດ​ສະ​ປາຍ, ເນ​ປານ​, ນິວ​ຊີ​ແລນ ແລະ ເອ​ທິ​ໂອ​ປີ.



ຂ່າວ/ບົດ​ອື່ນ