ຫວຽດນາມປາດຖະຫນາຢາກພ້ອມກັບ ນິວເຊີແລນ ຍົກການພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບສູງໃຫມ່

(VOVWORLD) -ນັບແຕ່ເມື່ອສ້າງການພົວພັນທາງການທູດໃນປີ 1975, ໃນຕະຫລອດ 45 ປີຜ່ານມາ ການພົວພັນລະຫວ່າງຫວຽດນາມ ແລະນິວເຊີແລນ ພັດທະນາຢ່າງຕັ້ງຫນ້າ ແລະໝັ້ນຄົງ

ຫວຽດນາມປາດຖະຫນາຢາກພ້ອມກັບ ນິວເຊີແລນ ຍົກການພົວພັນຮ່ວມມືສອງຝ່າຍຂຶ້ນສູ່ລະດັບສູງໃຫມ່ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງ Jacinda Ardern  ນາຍົກລັດຖະມົນຕີ ນິວເຊີແລນ

ພາບ:TTXVN

ວັນທີ 22 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາກັບທ່ານນາງ Jacinda Ardern  ນາຍົກລັດຖະມົນຕີ ນິວເຊີແລນ ດ້ວຍຮູບການອອນລາຍ ເນື່ອງໃນໂອກາດສະເຫລີມສະຫລອງ 45 ປີແຫ່ງວັນສ້າງການພົວພັນທາງການທູດລະຫວ່າງສອງປະເທດ. ທີ່ການເຈລະຈາ ສອງຝ່າຍຄາດວ່າຈະປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມືສອງຝ່າຍຮອບດ້ານ, ມີຄຸນນະພາບໃນຫລາຍຂົງເຂດ ເພື່ອນຳການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃຫມ່. ສອງຝ່າຍກໍ່ຈະປຶກສາຫາລືບາງບັນຫາສາກົນ ແລະພາກພື້ນ ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕາມທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມແລ້ວ, ນັບແຕ່ເມື່ອສ້າງການພົວພັນທາງການທູດໃນປີ 1975, ໃນຕະຫລອດ 45 ປີຜ່ານມາ ການພົວພັນລະຫວ່າງຫວຽດນາມ ແລະນິວເຊີແລນ ພັດທະນາຢ່າງຕັ້ງຫນ້າ ແລະໝັ້ນຄົງ. ປີ 2009, ສອງປະເທດ ໄດ້ຍົກລະດັບການພົວພັນຂຶ້ນເປັນລະດັບການພົວພັນຄູ່ຮ່ວມມືຮອບດ້ານ. ນີ້ແມ່ນຂີດໝາຍຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນານັບມື້ນັບຮອບດ້ານ, ມີຄຸນນະພາບ ປະສິດທິຜົນໃນຫລາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ