ຫວຽດນາມຜັນ​ຂະ​ຫຍາ​ຍບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານ​ໂລກລະບາດ​ໂຄ​ວິດ - 19 ຢູ່ຫຼາຍ​ແຂວງ, ນະຄອນ

(VOVWORLD) - “ພວກເຮົາທັງປ້ອງກັນ, ຕ້ານໂລກລະບາດ ທັງປະຕິບັດວຽກງານພັດທະນາເສດຖະກິດໃຫ້ເປັນຢ່າງດີ. ສືບຕໍ່ຍູ້ແຮງການໂຄສະນາເຖິງປະຊາຊົນແຕ່ລະຄົນ, ແຕ່ລະຄອບຄົວກ່ຽວກັບແຜນນະໂຍບາຍ, ການຊີ້ນໍາຂອງລັດຖະບານ ທີ່ວ່າ “ແຕ່ລະຄອບຄົວແມ່ນສະໜາມຮົບໜຶ່ງ, ປະຊາຊົນແຕ່ລະຄົນແມ່ນນັກຮົບໜຶ່ງ” ໃນບັ້ນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19”.

        ກ່າວຄໍາເຫັນໃນກອງປະຊຸມຄະນະຊີ້ນໍາກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຂອງນະຄອນຮ່າໂນ້ຍ ທີ່ຖືກດໍາເນີນໃນຕອນບ່າຍວັນທີ 03 ສິງຫາ, ທ່ານ ຫງວຽນດຶກຈູງ, ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ: ທົ່ວນະຄອນຮ່າໂນ້ຍ ໄດ້ຢັ້ງຢືນມີຜູ້ກັບມາຈາກດ່າໜັງກວ່າ 88.000 ຄົນ ແລະ ໄດ້ດໍາເນີນການກວດຫາເຊື້ອໃຫ້ຜົນໄວໃນວົງກວ້າງໃຫ້ເກືອບ 71.000 ຄົນ. ກ່ຽວຂ້ອງເຖິງ 2 ກໍລະນີຕິດເຊື້ອໃນຊຸມຊົນ, ພະແນກສາທາລະນະສຸກນະຄອນຮ່າໂນ້ຍ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງ ເພື່ອຈໍາກັດບໍລິເວດ, ດັບມອດໂລກລະບາດໂດຍດ່ວນ. ທ່ານ ຫງວຽນດຶກຈູງ, ປະທານຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ພວກເຮົາທັງປ້ອງກັນ, ຕ້ານໂລກລະບາດ ທັງປະຕິບັດວຽກງານພັດທະນາເສດຖະກິດໃຫ້ເປັນຢ່າງດີ. ສືບຕໍ່ຍູ້ແຮງການໂຄສະນາເຖິງປະຊາຊົນແຕ່ລະຄົນ, ແຕ່ລະຄອບຄົວກ່ຽວກັບແຜນນະໂຍບາຍ, ການຊີ້ນໍາຂອງລັດຖະບານ ທີ່ວ່າ “ແຕ່ລະຄອບຄົວແມ່ນສະໜາມຮົບໜຶ່ງ, ປະຊາຊົນແຕ່ລະຄົນແມ່ນນັກຮົບໜຶ່ງ” ໃນບັ້ນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19”.

ຫວຽດນາມຜັນ​ຂະ​ຫຍາ​ຍບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານ​ໂລກລະບາດ​ໂຄ​ວິດ - 19 ຢູ່ຫຼາຍ​ແຂວງ, ນະຄອນ - ảnh 1ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນທ້ຽນເຍິນ (ພາບ: ສູນສື່ມວນຊົນນະຄອນໂຮ່ຈີມິນ)

        ກໍໃນວັນດຽວກັນ, ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມແລກປ່ຽນວຽກງານທາງອອນລາຍ ຄະນະຊີ້ນໍາປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ, ທ່ານເລຂາຄະນະພັກນະຄອນ ຫງວຽນທ້ຽນເຍິນ ໃຫ້ຮູ້ວ່າ: ທິດນໍາຂອງນະຄອນແມ່ນປ້ອງກັນແຕ່ຫົວທີ, ມາດຕະການທີ່ປະຕິບັດໄດ້ງ່າຍ ແລະ ມີປະສິດທິຜົນທີ່ສຸດ ນັ້ນແມ່ນຂົນຂວາຍປະຊາຊົນໃສ່ຜ້າອັດປາກ - ອັດດັງ; ຍົກສູງສະຕິຄວາມຮັບຮູ້ໃນການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ.

        ແລະນັບແຕ່ວັນທີ 4 ສິງຫາ, ໂຮງໝໍຫຼາຍຂະແໜງສູນກາງ ກວ໋າງນາມ ໄດ້ເລີ່ມຮັບເອົາຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຈາກບັນດາເຂດແຍກຕົວໃນແຂວງ ແລະ ບັນດາແຂວງ, ນະຄອນອື່ນມາປ່ິນປົວ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນເຈື່ອງເຊີນ ໃຫ້ຮູ້ວ່າ: ກະຊວງສາທາລະນະສຸກ ໃຫ້ຄໍາໝັ້ນສັນຍາວ່າ ຈະໜູນຊ່ວຍວັດຖຸ, ອຸປະກອນການແພດໃຫ້ແກ່ໂຮງໝໍ. ພ້ອມທັງຮຽກຮ້ອງບັນດາຫົວໜ່ວຍຂອງກະຊວງ ຕິດຕາມ, ໜູນຊ່ວຍດ້ານວິຊາການຊ່ວຍໂຮງໝໍປະຕິບັດວຽກງານປິ່ນປົວໄດ້ເປັນຢ່າງດີ ແລະ ທັນການ.


ຕອບກັບ

ຂ່າວ/ບົດ​ອື່ນ