ຫວຽດນາມ-ຝຣັ່ງເພີ່ມທະວີການຮ່ວມມືກ່ຽວກັບຖະແຫຼງຂ່າວແລະສື່ສານ

ຫວຽດນາມ-ຝຣັ່ງເພີ່ມທະວີການຮ່ວມມືກ່ຽວກັບຖະແຫຼງຂ່າວແລະສື່ສານ - ảnh 1
ການ​ເຮັດ​ວຽກ​ລະ​ຫວ່າງ 2 ຝ່າຍ
(ພາບ: Bích Hà/Vietnam+)

(vovworld) ໃນ​ລະ​ຫວ່າງວັນ​ທີ 26 – 29/11, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ ເຈືອງ​ມີງ​ຕ໋ວນ, ນຳ​ໜ້າ​ມ​ີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຝ​ຣັ່ງ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​​ວຽກ​ງານຖະ​ແຫຼງ​ຂ່າວ, ເຕັກໂນ​ໂລຢ​ີ​ຂໍ້​ມູນ​ຂ່າວ​ສານ ແລະ ສື່​ສານ ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ຝ​ຣັ່ງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ທ່ານ Bertrand Pailhes, ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ, ອຸດ​ສາ​ຫະ​ກຳ ແລະ ​ເຕັກ​ນິກດີ​ຈ​ີ​ຕອນ, ​ໃນຕອນ​ເຊົ້າ​ວັນ​ທີ 28/11, ທ່ານ​ລັດ​ຖະ​ມົນ​ຕີ ເຈືອງ​ມີງ​ຕ໋ວນ, ຖື​ວ່າ: ການ​ພົວ​ພັນ​ຄູ່​ຮ່ວມ​ມື ຫວຽດ​ນາມ - ຝ​ຣັ່ງ ໄດ້ ແລະ ພວມ​ພັດ​ທະ​ນາ​ໃນ​ທຸກ​ຂົງ​ເຂດ ແລະ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ນັບ​ແຕ່​ເມື່ອ 2 ປະ​ເທດ​ຍົກ​​ການ​ພົວ​ພັນ​ຂຶ້​ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2013. ໃນ​ນັ້ນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​​ສານ ແລະ ​ສື່​ສານ ພວມ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ນີ້ເລິກ​ເຊິ່ງ​ກ່​ວາ​ອີກ ກໍ່​ຄື​ການ​ປະ​ກອບ​ສ່ວນ​ຫຼາຍພໍ​ສົມ​ຄວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ.

        ຕອ​ນ​ເຊົ້າ​ວັນ​ທີ 29/11, ທ່ານ​ລັດ​ຖະ​ມົນ​ຕີ ເຈືອງ​ມີງ​ຕ໋ວນ ໄດ້​​ເຂົ້າ​ຮ່ວມ​ການພົບ​ປະ​ກັບ​ວິ​ສາ​ຫະ​ກິດ ຝ​ຣັ່ງ - ຫວຽດ​ນາມ ກ່ຽວ​ກັບ ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​​ສານ ​ແລະ ​ສື່​ສານ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ ຝ​ຣັ່ງ 20 ແຫ່ງ.

        ແລະ​ກໍ່​ໃນ​ວັນ​ທີ 29/11, ທ່ານ​ລັດ​ຖະ​ມົນ​ຕີ ເຈືອງ​ມີງ​ຕ໋ວນ ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ Jean – Vincent Place, ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ການ​ປະ​ຕ​ິ​ຮູບ​ບໍ​ລິ​ຫານ​ລັດ ແລະ ຫັນ​ລະ​ບຽບ​ກ​ານ​ບໍ​ລິ​ຫານ​ເປັນ​ງ່າຍ​ດາຍຂອງ ຝ​ຣັ່ງ. ທີ່​ການ​ເຈ​ລະ​ຈາ, ທ່ານ​ລັດ​ຖະ​ມົນ​ຕີ ເຈືອງ​ມີງ​ຕ໋ວນ ໃຫ້​ຮູ້​ວ່າ ລັດ​ຖະ​ບານ ຫວຽດ​ນ​າມ ໄດ້​ກຳ​ນົດເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​​ສານ ແລະ​ ສື່​ສານແມ່ນ​ປັດ​ໄຈຫຼັກ​ແຫຼ່ງ, ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ ແລະ ຫັນ​ປະ​ເທດ​ຊາດ​ເປັນ​ທັນ​ສະ​ໄໝ.


ຂ່າວ/ບົດ​ອື່ນ