ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື ອາ​ຊຽນ - ສ​ປ​ຊ ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ

(VOVWORLD) - ວັນທີ 14 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍກ່ຽວກັບການຮັກສາສັນຕິພາບໂດຍມີການເຂົ້າຮ່ວມ ແລະ ລາຍງານຂອງ ທ່ານ Jean – Pierre Lacroix ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາການເຄື່ອນໄຫວສັນຕິພາບ. 
ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື ອາ​ຊຽນ - ສ​ປ​ຊ ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ - ảnh 1ກຳລັງເສນາຮັກໂຮງໝໍກາງສະໜາມຂັ້ນ 2 ເລກທີ 1 ຂອງຫວຽດນາມ (ພາບ: TTXVN) 

ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາວ່າ ການເຄື່ອນໄຫວຮັກສາສັນຕິພາບ ແມ່ນເຄື່ອງມືສຳຄັນຂອງ ສປຊໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສາກົນ. ຕໍ່ໜ້າສະພາບການຖືກກີດຂວາງ ແລະ ບຸກໂຈມຕີກຳລັງຮັກສາສັນຕິພາບຍັງຄົງດຳເນີນຢູ່ນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ສະເໜີໃຫ້ບັນດາປະເທດຕ້ອງຄິດໄລ່ເຖິງບົດບາດສຳຄັນແຖວໜ້າຂອງບັນດາຝ່າຍທີ່ກ່ຽວຂ້ອງເມື່ອຊຸກຍູ້ວິວັດທະນາການດ້ານການເມືອງ.

ປັດຈຸບັນ, ສປຊ ມີ 13 ຄະນະປະຕິບັດການຮັກສາສັນຕິພາບ 13 ຄະນະ, ຄະນະປະຕິບັດງານການເມືອງພິເສດ 15 ຄະນະ ແລະ ຄະນະປະຕິບັນງານພິເສດທີ່ພວມເຄື່ອນໄຫວ 11 ຄະນະ.

ຕອບກັບ

ຂ່າວ/ບົດ​ອື່ນ