ຫວຽດນາມຢັ້ງຢືນຄືນຫລັກໝັ້ນກ່ຽວກັບການຮັບປະກັນສັນຕິພາບ,ຄວາມໝັ້ນຄົງ,ຄວາມເສລີໃນການເດີນທະເລ

ຫວຽດນາມຢັ້ງຢືນຄືນຫລັກໝັ້ນກ່ຽວກັບການຮັບປະກັນສັນຕິພາບ,ຄວາມໝັ້ນຄົງ,ຄວາມເສລີໃນການເດີນທະເລ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

(vovworld)- ​ ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ + 1 ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຈີນ, ສ​ເກົາ​ຫລີ, ກາ​ນາ​ດາ, ຍີ່​ປຸ່ນ, ອິນ​ເດຍ, ອົດ​ສະ​ຕາ​ລີ, ອາ​ເມ​ລິ​ກາ, ສະ​ຫະ​ພາບ ເອີ​ລົບ, ລັດ​ເຊຍ ແລະ ນິວ​ເຊີ​ແລນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ ໄດ້​ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ຄວາມ​ຄືບ​ຫນ້າ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ໃນ​ການ​ຮ່ວມ​ມື ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ສະ​ເຫນີ​ບັນ​ດາ​ຄູ່​ຮ່ວມ​ມື ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ ແລະ ຫນູນ​ຊ່ວຍ ອາ​ຊຽນ ສ້າງ​ປະ​ຊາ​ຄົມ ແລະ ສວມ​ບົດ​ບາດ​ໃຈ​ກາງ​ຢູ່​ພາກ​ພື້ນ ກໍ​ຄື ປະ​ກອບ​ສ່ວນ​ສ້າງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ.

ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ແລະ ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຢັ້ງ​ຢືນ​ຄືນ​ຫລັກ​ໝັ້ນ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ທັ​ດ​ສະ​ນະ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ. ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປມໍ່ໆ​ມານີ້, ຫວຽດ​ນາມ ຢືນ​ຢັນ, ບໍ່​ນາບ​ຂູ່​ຫລື​ນຳ​ໃຊ້​ອາ​ວຸດ, ເຄົາ​ລົບ​ບັນ​ດາ​ຫລັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ ແລະ UNCLOS.

ຕອບກັບ

ຂ່າວ/ບົດ​ອື່ນ