ຫວຽດນາມສະຫນັບສະຫນູນການເຈລະຈາແລະການຮ່ວມມືເພື່ອເພີ່ມທະວີປະສິດທິຜົນແລະບົດບາດຂອງສະພາສິດທິມະນຸດສປຊ

ຫວຽດນາມສະຫນັບສະຫນູນການເຈລະຈາແລະການຮ່ວມມືເພື່ອເພີ່ມທະວີປະສິດທິຜົນແລະບົດບາດຂອງສະພາສິດທິມະນຸດສປຊ - ảnh 1
ທ່ານ Zeid Ra'ad Al Hussein, ຂ້າ​ຫລວງ​ໃຫຍ່​ສ​ປ​ຊ
ກ່ຽວ​ກັບ​ສິດ​ທິ​ມະ​ນຸດ
ພາບ:TTXVN

(vovworld)-ວັນ​ທີ​ 3/3 ຢູ່​ວາ​ລະ​ປະ​ຊຸມ​ຂັ້ນ​ສູງ​ຊຸດ​ທີ 28 ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ, ທ່ານ ຫງວຽນ​ກວກ​ເກື່ອງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ຢືນ​ຢັນ: ຫວຽດ​ນາມ ສະ​ຫນັບ​ສະ​ຫນູນ​ການ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ລ​ະ​ຫວ່າງບ​ັນ​ດາ​ປະ​ຊາ​ຊາດ, ເຊີດ​ຊູ​ບັນ​ດາ​ຫລັກ​ກາ​ນ​ຂອງ​ກົດ​ໝາຍ​ສາ​ກົນ, ຊຸກ​ຍູ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຈ​ຳ​ກັດ​ການ​ສູ້​ຢັນ​ກັນ, ຈັດ​ວາງ ແລະ ຫັນ​ເປັນ​ບັນ​ຫາ​ການ​ເມືອງ​ຢູ່​ສະ​ພາ​ສິດ​ທິ​ມະ​ນຸດ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ສະ​ພາ​ສິດ​ທິ​ມະ​ນຸດ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 10 ປີ​ແຫ່ງວັນ​ສ້າງ​ຕັ້ງ, ທ່ານ ຫງວຽນ​ກວກ​ເກື່ອງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຖື​ວ່າ: ​ອົງ​ການນີ້ ໄດ້​ມີການ​ປະ​ກອບ​ສ່ວນ​ຢ່າງ​ແນ່ນອນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ຄວາມ​ເຄົາ​ລົບ ແລະ ປົກ​ປ້ອງ​ບັນ​ດາ​ສິດ​ທິ​ມະ​ນຸດ, ຊ່ວຍ​ຍົກ​ສູງ​ຄວາມ​ຮັບ​ຮູ້ ແລະ ສ້າງວິ​ທີ​ສຳ​ພັດກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ຢ່າງ​ພາ​ວະ​ວິ​ໄສ ແລະ ຮອບ​ດ້ານກວ່າ.  ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ເນັ້ນ​ຫນັກ​ເຖິງ​ບັນ​ດາ​ຜົນ​ງານ​ຂອງ​ຫວຽດ​ນາມ ໃນ​ການ​ປົກ​ປ້ອງ ແລະ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ.

ຂ່າວ/ບົດ​ອື່ນ