ຫວຽດນາມສະໜັບສະໜູນ ເພີ່ມທະວີການຮ່ວມມືຍຸດທະສາດອາຊຽນ - ອິນເດຍ

ຫວຽດນາມສະໜັບສະໜູນ ເພີ່ມທະວີການຮ່ວມມືຍຸດທະສາດອາຊຽນ - ອິນເດຍ - ảnh 1
(ພາບປະກອບ)
(vovworld) -     ຕອນ​ບ່າຍວັນ​ທີ 20/02, ການ​ເຈລະຈາ​ປະຈຳ​ປີ​ລະຫວ່າງ​ອິນ​ເດຍ - ​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN) ຄັ້ງ​ທີ 5 ​ໄດ້​ອັດ​ລົງ​ຢູ່ New Delhi. ​ໃນ​ຂອບ​ເຂດ​ການ​ເຈລະຈາ, ທ່ານ​ຮອງ​ລັດຖະມົ   ນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວິ​ງ, ຫົວໜ້າ​ຄະນະ​ຜູ້​ແທນຫວຽດນາມ, ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ອາ​ຊຽນ - ອິນ​ເດຍ ​ໃນ​ທຸກ​ຂົງ​ເຂດ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວິ​ງ ຢືນຢັນ​ວ່າ ຫວຽດນາມ ສະໜັບສະໜູນ​​​ເພີ່ມ​ທະວີ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ - ອິນ​ເດຍ ​ໃນ​ທຸກ​ຂົງ​ເຂດຍິ່ງ​ກວ່າ​ອີກ. ອາ​ຊຽນ ຕີ​ລາຄາ​ສູງ​ບົດ​ບາດ​ຂອງ​ອິນ​ເດຍ ​ແລະ ​ນ​ະ​ໂຍ​ບາຍ “ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ” ຂອງ​ອິນ​ເດຍ ທີ່​ມີ​ຕໍ່​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ອາ​ຊຽນ ປາດ​ຖະໜາ​ວ່າ ອິນ​ເດຍ ຈະສືບ​ຕໍ່​ສະໜັບ​ສະໜູນ ​ແລະ ໜູນ​ຊ່ວຍ​ຂໍ້​ລິ​ເລີ່​ມຮ່ວມ​ສຳພັນ​ພາກ​ພື້ນ ກໍ​ຄື​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ - ​ແມ່​ນ້ຳ​ຄົງຄາ; ມານະ​ພະຍາຍ​າມຊຸກຍູ້​ການ​ເຈລະຈາ, ການຮ່ວມ​ມື, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ໂດຍ​ສະ​ເພາະ​ແມ່ນ​ພ້ອມ​ກັນ​ສ້າງ​ໂຄງ​ປະກອບ​ການຮ່ວມ​ມື​ໃນ​ພາກ​ພື້ນ ​ເພື່ອ​ແນ​ໃສ່​ຮັບປະກັນສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການຮ່ວມ​ມື​ພັດທະນາ​​ໃນພາກ​ພື້ນ​ໃຫ້​ດີກ​ວ່າ, ​ໃນ​ນັ້ນ​ມີ​ບັນຫາ​ຮັບປະກັນ​ຄວາມສະຫງົບ​ປອດ​ໄພ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ໃນ​ທະ​ເລຕາ​ເວັນ​ອອກ. ທ່ານ​ຮອງ​ລັດຖະມົນ​ຕີການ​ຕ່າງປະ​ເທດ ຟ້າມກວາງ​ວິ​ງ ປາດ​ຖະໜາ​ວ່າ ບໍ່​ພຽງ​ແຕ່​ບັນດາ​ປະ​ເທດ​ອາ​ຊຽນ​ເທົ່າ​ນັ້ນ ຫາກ​ບັນດາ​ປະ​ເທດ​ອື່ນໆ ​ໃນ​ນັ້ນ​ມີ​ອິນ​ເດຍ ຈະ​ໃຫ້ການສະໜັບສະໜູນ​ຄວາມ​ມາ​ນະພະ​ຍາ​ຍາມ​ລວມຂອງ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງເພື່ອ​ແນ​ໃສ່​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມສະຫງົບ​ປອດ​ໄພ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ