ຫວຽດນາມ-ອັງກິດເພີ່ມທະວີການຮ່ວມມືໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຫວຽດນາມ-ອັງກິດເພີ່ມທະວີການຮ່ວມມືໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​​ຕ້ອນຮັບ​ທ່ານ​
ເອກ​ອັກຄະ​ລັດຖະທູດ​ລາຊະ​ອານາຈັກ​ ອັງກິດ Giles Lever
(ພາບ: baochinhphu.vn)

(vovworld) - ​ວັນ​ທີ 21/7, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ລາຊະ​ອານາຈັກ​ ອັງກິດ ປະຈຳ ຫວຽດນາມ Giles Lever. 2 ຝ່າຍ​ໄດ້​ເຕື້ອງ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ, ​ໂຄງການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ລະຫວ່າງ ຫວຽ​ດນາມ ​ແລະ ລາ​ຊະ​ອານາຈັກ ອັງກິດ, ​ໃນ​ນັ້ນ, ມີ​ບັນດາ​ການ​ໜູນ​ຊ່ວຍ​ຂອງ ອັງກິດ ​ໃຫ້ຫວຽດນາມ ​ໃນ​ຂົງ​ເຂດ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຄື: ​ໂຄງການ​ເພີ່ມ​ທະວີ​ຄວາມ​ສາມາດ​ແຫ່ງ​ຊາດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ, ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ…., ​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງຈູງ​ຫາຍ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​​ແຫ່ງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​ລະຫວ່າງ​​ອົງການຕ່າງໆ​ຂອງ 2 ປະ​ເທດ; ພ້ອມ​ທັງ​ປາດ​ຖະໜາ​ວ່າ 2 ຝ່າຍ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້, ສ້າງ​​ແຜນຮ່າງ​ທົ່ວ​ໂລກ​ກ່ຽວ​ກັບການ​ບໍລິການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ, ໜູນ​ຊ່ວຍ​ເຕັກ​ໂນ​ໂລ​ຢີພະຍາກອນ, ນິຕິ​ກຳ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Giles Lever ສະ​ເໜີ​ໃຫ້​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ກ່ຽວ​ກັບ​ບາງ​ຮູບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້, ພິ​ເສດ​ແມ່ນ​ໃນ​​ເລື່ອງ ຫວຽດນາມ ​ແລະ ອັງກິດ ພ້ອມ​ກັນ​ກະກຽມ​ເນື້ອ​ໃນ​ເຂົ້າ​ຮ່ວມ​ກອງ​ປະຊຸມ COP21 ​ເຊິ່ງຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ 11/2015 ຢູ່ ປະ​ເທ​ດ ຝຣັ່ງ.

ຂ່າວ/ບົດ​ອື່ນ