ຫວຽດນາມ-ອັງກິດແລກປ່ຽນບົດຮຽນໃນຂົງເຂດພະລັງງານປະລະມານູ

ຫວຽດນາມ-ອັງກິດແລກປ່ຽນບົດຮຽນໃນຂົງເຂດພະລັງງານປະລະມານູ - ảnh 1
ພາບປະກອບ:internet

(vovworld)-  ​ໃນ​ວັນ​ທີ 9 -10/12 ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ“ການ​ສ້າງ​ໂຄງການ​ຄົ້ນ​ຄ້ວາ​ໃນ​ຂົງ​ເຂດ​ພະ​ລັງງານ​ປະລະມານູ” ​ແລະ “ບຳລຸງ​ສ້າງ​ພັດທະນາ​ແຫ​ລ່ງຊັບພະຍາ​ກອນ​ມະນຸດ​ໃນ​ຂົງ​ເຂດ​ພະລັງງານ​ປະລະມານູ” ​ໂດຍ​ສະຖານທູດ​ອັງກິດ​ປະຈຳ​ຫວຽດນາມ, ກະຊວງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ກະຊວງ​ສຶກສາ -ບຳລູງສ້າງ​ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ຂຶ້ນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ຊ່ຽວຊານ, ນັກວິທະຍາສາດ​ສອງ​ປະ​ເທດ​ໄດ້​ສຸມ​ໃສ່​ຕີ​ລາຄາ​ສະພາບ​ການ​ກ່ຽວ​ກັບ​ວຽກ​ງານ​ບຳລູງສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ໃນ​ຂົງ​ເຂດ​ນີ້​ຢູ່​ບັນດາ​ມະຫາວິທະຍາ​ໄລ​ຂອງ​ຫວຽດນາມ​, ພ້ອມ​ທັງ​ສະ​ເຫ​ນີບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ ລາຊະ​ອານາ​ຈັກ​ອັງກິດ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຮັບປະກັນ​ແຫ​ລ່ງຊັບພະຍາກອນ​ມະນຸດ​ໃຫ​້​ແກ່​ໂຮງງານ​ໄຟຟ້າ​ນິວ​ເຄຼຍ 2 ​ແຫ່ງ​ທຳ​ອິດ​ ຂອງ​ຫວຽດນາມ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ