ຫວຽດນາມ,ອາບຟຣີກາໃຕ້ຊຸກຍູ້ການຮ່ວມມືການຄ້າ,ການລົງທຶນແລະການທ່ອງທ່ຽວ

ຫວຽດນາມ,ອາບຟຣີກາໃຕ້ຊຸກຍູ້ການຮ່ວມມືການຄ້າ,ການລົງທຶນແລະການທ່ອງທ່ຽວ - ảnh 1
ຫວຽດນາມ,ອາບຟຣີກາໃຕ້ຊຸກຍູ້ການຮ່ວມມື
ການຄ້າ,ການລົງທຶນແລະການທ່ອງທ່ຽວ
(ພາບ: ຫວຽດນາມ+)

(vovworld) – ​ເວທີ​ປາ​ໄສ​ໂຄສະນາ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ ຫວຽດນາມ - ອາບຟຣີກາ ຫາ​ກໍ່​ຈັດ​ຕັ້ງ​​ໃນ​ວັນ​ທີ 22/6, ຢູ່​ນະຄອນ Johannesburg, ສູນ​ເສດຖະກິດ, ການ​ຄ້າ​ແຖວ​ໜ້າ​ຂອງ ອາບຟຣີກາ ​ແລະ ພາກ​ພື້ນ. ​ເຫດການ​ດັ່ງກ່າວ​ໂດຍສະຖານທູດ ຫວຽດນາມ ປະຈຳ ອາບຟຣີກາ​ໃຕ້ ສົມທົບ​ກັບ​ຫ້ອງ​ການ​ການ​ຄ້າ ອຸດສາຫະກຳ​ນະຄອນ Johannesburg ​ແລະ ຄະນະ​ວິ​ສາ​ຫະກິດ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ, ຍູ້​ແຮງ​ການ​ແລກປ່ຽນ​ການ​ຄ້າ​ການ​ລົງທຶນ ການທ່ອງທ່ຽວ​ລະຫວ່າງ Johannesburg ກັບ​ນະຄອນຫຼວງ ຮ່າ​ໂນ້ຍ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ ຫວຽດນາມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ເວທີ​ປາ​ໄສ, ທ່ານ ​ເລ​ຮູ​ຍຮ່ວາງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາບຟຣີກາ ​ໃຕ້ ​ເນັ້ນ​ໜັກ​ເຖິງຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ ຫວຽດນາມ ສືບ​ຕໍ່​ຮ່ວມ​ເດີນທາງ​ໜູນ​ຊ່ວຍ ວິ​ສາ​ຫະກິດ 2 ປະ​ເທດ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ 2 ຝ່າຍ, ສູ້ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ປະ​ເທດ​ຈາກ​ລະດັບ 1,2 ຕື້ USD ​ໃນ​ປະຈຸ​ບັນ​ຂຶ້ນ​ເຖິງ 3 ຕື້ USD ​ໃນ​ 5 ປີ​ຈະ​ມາ​ເຖິງ. ທີ່​ເວທີ​ປ​າ​ໄສ, ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮູ​ຍຮ່ວາງ ​ແລະ ການ​ນຳ​ຄະນະ​ວິ​ສາ​ຫະກິດ ຮ່າ​ໂນ້ຍ ພ້ອມ​ກັບ​ຜູ້ຕາງໜ້າ​ກະຊວງ​ອຸດສາຫະກຳ ການ​ຄ້າ ອາບຟຣີກາ​ໃຕ້ ​ໄດ​້​ແກ້​ໄຂ​ບັນດາ​ຄຳ​ຖາມ​ຂອງ​ວິ​ສາ​ຫະກິດ 2 ປະ​ເທດ​ໂດຍ​ກົງ, ​​ເຮັດ​ແຈ້ງ​ບັນດາ​ນະ​ໂຍບາຍ​ຂອງ ຫວຽດນາມ ​ແລະ ອາບຟຣີກາ​ໃຕ້ ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ລົງທຶນ, ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ກ່ຽວ​ກັບ​ພາ​ສີ, ​ສິນ​ເຊື່ອ, ພື້ນຖານ​ໂຄ​ງລ່າງ.

ຂ່າວ/ບົດ​ອື່ນ