ຫວຽດນາມ-ອາເມລິກາຍູ້ແຮງການພົວພັນຮ່ວມມືເພື່ອສັນຕິພາບ,ສະຖຽນລະພາບໃນພາກພື້ນ

ຫວຽດນາມ-ອາເມລິກາຍູ້ແຮງການພົວພັນຮ່ວມມືເພື່ອສັນຕິພາບ,ສະຖຽນລະພາບໃນພາກພື້ນ - ảnh 1
ທ່ານ​ພົນ​ເອກ Martin Dempsey ແລະ ທ່ານ​ພົນ​​ໂທ ​ໂດ໋​ບ໋າ​ຕິ
(ພາບ: TTXVN)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​​ໂທ ​ໂດ໋​ບ໋າ​ຕິ, ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງ​ທັບ​ປະຊາຊົນ ຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງທັບ ອາ​ເມ​ລິ​ກາ ​ໂດຍ​ທ່ານ​ພົນ​ເອກ Martin Dempsey, ປະທານ​ສະພາ​ເສນາ​ທິການໃຫຍ່ກຳລັງ​ທະຫານ​ປະສົມ ອາ​ເມ​ລິ​ກາ ​ເປັນ​ຫົວໜ້າ​ຄະນະ​ໄດ້​​ມາ​ຮອດ​ນະຄອນຫຼວງ ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ.

    ທີ່​ການ​ເຈລະຈາ​ພາຍຫຼັງ​ພິທີ​ຕ້ອນຮັບ​ໃນ​ຕອນ​ເຊົ້າ​ວັນ​ທີ 14/8, ທ່ານ​ພົນ​​ໂທ ໂດ໋​ບ໋າ​ຕິ ຖື​ວ່າ: ນີ້​ແມ່ນ​ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ສຳຄັນ​ຂອງ​ການ​ນຳ​ກອງທັບ ອາ​ເມ​ລິ​ກາ. ທ່າ​ນພົນ​​ໂທ ໂດ໋​ບ໋າ​ຕິ ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ ຈະ​ເປັນ​ຂີດ​ໝາຍ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ມິດ​ຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ 2 ປະ​ເທດ​ຢ່າງ​ແຮງ, ​ເໝາະ​ສົມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ລະຫວ່າງ 2 ປະ​ເທດ. ພົນ​ໂທ ໂດ໋​ບ໋າ​ຕິ ປາດ​ຖະໜາ​ຢາກ​ໃຫ້ 2 ຝ່າຍ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ສ່ວນທ່ານ​ພົນ​ເອກ Martin Dempsey ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ຂອງປະທານ​ສະພາ​ເສນາ​ທິການ​ໃຫຍ່ກຳລັງທະຫານ​ປະສົມ ອາ​ເມ​ລິ​ກາ ​ແລະ ກໍ່​ແມ່ນ​ການ​ຢ້ຽມຢາມ​ທີ່​ທ່ານ​ລໍ​ຄອຍ​ເປັນ​ເວລາ​ດົນນານແລ້ວ.

    2 ຝ່າຍ​ເຫັນ​ດີ​ເປັນ​ເອກ​ະສັນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ກູ້​ໄພ​ກູ້​ຊີບ, ບຳລຸງ​ສ້າງ, ​ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ຮ່ວມ​ມື​ປະຕິບັດ​ກົດໝາຍ​ບົນ​ທະ​ເລ.

  ໃນຕອນບ່າຍວັນດຽວກັນ, ທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດ ກໍ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງກອງທັງອາເມລິກາ ຢ່າງສະໜິດສະໜົມ.

   

 



ຂ່າວ/ບົດ​ອື່ນ