ຫວຽດນາມເຂົ້າຮ່ວມ ການໂອ້ລົມສົນທະ ນາ Shangri La ຄັ້ງທີ 12

ຫວຽດນາມເຂົ້າຮ່ວມ ການໂອ້ລົມສົນທະ ນາ Shangri La ຄັ້ງທີ 12 - ảnh 1

(ພາບ: nguyentandung.biz)

(vovworld)- ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ​ຫງວຽນ​ຈິ​ວິ້ງ ຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ນຳ​ໜ້າ ​ໄດ້​ໄປ​ສິງກະ​ໂປ ​ເຂົ້າຮ່ວມກອງ​ປະຊຸມ​ປ້ອງ​ກັນ​ຄວາມ​ສະຫງົບ​ອາຊີ (ຫຼື​ເອື້​ນວ່າ​ການ​ໂອ້​ລົມ​ສົນທະນາ Shangri La) ຄັ້ງທີ 12. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ສິງກະ​ໂປ ​ແຕ່​ວັນ​ທີ 30/5-2/6, ນອກຈາກ​ການ​ເຂົ້າຮ່ວມ​ວາລະ​ໄຂ ​ແລະ ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງຕ່າງໆ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ຂອບ​ເຂດການ​​ໂອ້​ລົມ​ສົນທະນາ Shangri La ຄັ້ງທີ 12 ແລ້ວ, ທ່ານ​ພົນ​ໂທ​ຫງວຽນ​ຈິ​ວິ້ງ ຈະ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ທ່າ​ນນາຍົກລັດ ຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ລວມມີ​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດ ຖະມົນຕີສິງກະ​ໂປ ຫຼີຊຽນຫຼົງ, ​ເຂົ້າຢ້ຽມ​ຂ່ຳນັບ​ປະທານາທິບໍດີ Tony Tan ​ແລະ ​ເຮັດວຽກ​ກັບ​​ວິ​ສາ​ຫະກິດ​ຂະໜາດ​ໃຫ່ຍຈຳນວນ​ໜຶ່ງຂອງ​ສິງກະ​ໂປ. ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 31/5,  ທ່າ​ນນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຈະ​ກ່າວ​ປາ​ໄສ​ທີ່​ວາລະ​ໄຂການ​ໂອ້​ລົມ​ສົນທະນາ Shangri La ​ແລະ ຄາດ​ວ່າທ່ານຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ  ຫງວຽນ​ຈິ​ວິ້ງ ຈະ​ກ່າວ​ປາ​ໄສ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ໃນ​ຕອນ​ເຊົ້າວັນ​ທີ 2/6, ພົບ​ປະ​ກັບ​ທ່ານລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດມາ​ເລ​ເຊຍ, ນີວຊີ​ແລນ, ອົດ​ສະ​ຕາ​ລີ ​ແລະ ຝະລັ່ງ, ພົບ​ປະ​ກັບ​ຮອງລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ສິງກະ​ໂປ, ບຣູ​ໄນ, ລັດ​ເຊຍ, ສ​ເກົາຫຼີ ​ແລະ ຜູ້​ບັນຊາ​ການ​ກອງ​ບັນຊາ​ການປາຊີ​ຟິກຂອງ​ອາ​ເມ​ລິ​ກາ.

 

 

ຂ່າວ/ບົດ​ອື່ນ