ຫວຽດນາມເຂົ້າຮ່ວມກອງປະຊຸມShangri-La2015ຢ່າງຕັ້ງໜ້າ

ຫວຽດນາມເຂົ້າຮ່ວມກອງປະຊຸມShangri-La2015ຢ່າງຕັ້ງໜ້າ - ảnh 1
(ການພົບປະລະຫວ່າງຄະະຜູ້ແທນຫວຽດນາມ - ຈີນ)

​(vovworld) - ຕອນ​ບ່າຍ​ວັນ​ທີ 30/05, ພົນ​ໂທ ຫງວຽນ​ຈິ​ວິ້ງ, ກຳມະກາ​ນສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ​ໄດ້​ຕອບ​ສຳພາດ​ຕໍ່​ສຳນັກ​ຂ່າວສານ​ຫວຽດນາມ ຢູ່​ນອກ​ກອງ​ປະຊຸມ Shangri-La ຄັ້ງ​ທີ 14, ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 29 – 31/05, ຢູ່​ສິ່ງ​ກະ​​ໂປ, ຢືນຢັນ​ວ່າ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ Shangri-La ຢ່າງ​ຕັ້ງ​ໜ້າ. ຄະນະ​ຜູ້​ແທນ​ໄດ້​ມີ​ບັນດາ​ການ​ພົບ​ປະ 2 ຝ່າຍ​ຢູ່​ນອກ​ກອງ​ປະ​ຊຸມ ​ເພື່ອ​ແນ​ໃສ່​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ພວມ​ພົ້ນ​ເດັ່ນ​ຂຶ້ນ​ຄື: ການ​ກໍ່ສ້າງ​ພັດທະນາ, ບັນຫາ​ຍຸດ​ທະ​ສາດ ​ແລະ ການ​​ແຊກ​ແຊງ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ, ບັນຫາ​​ທະ​ເລ​ຕາ​ເວັນ​ອອ​ກ. ທີ່ບັນດາ​ການ​ພົບ​ປະ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ​້ສຸມ​ໃສ່ຊຸກຍູ້ການ​ຮ່ວມ​ມື 2 ຝ່າຍ, ປຶກສາ​ຫາລື​ກ່ຽວ​ກັບ​ມາດ​ຕະການ​ລະອຽດ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ. ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເຕື້ອງ​ເຖິງ​ຢ່າງ​ກົງ​ໄປ​ກົງ​ມາ, ຊື່​ຕົງ, ບົນ​ຈິດ​ໃຈ​ສ້າງສາ​ກັບ​ຄະນະ​ຜູ້​ແທນ​ຂອງ​ຈີນ ​ແລະ ຄະນະ​ຜູ້​ແທນ​ຂອງ​ບັນດາ​ປະ​ເທດ​ອື່ນ ກ່ຽວ​ກັບ​ຄວາມ​ວິ​ຕົກ​ກັງວົນ​ຂອງ​ຫວຽດນາມ ທີ່​ກ່ຽວຂ້ອງ​ເຖິງ​ບັນ​ຫາ​ທະ​​ເລ​ຕາ​ເວັນ​ອອກ. ຄະນະ​ຜູ້​ແທນ​ຫວຽດນາມ ​ກໍ່​ຍົກ​ອອກບັນດາ​ຂໍ້​ສະ​ເໜີ​ມີ​ລັກສະນະ​ກໍ່ສ້າງ, ບົນ​ພື້ນຖານ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທ​ະສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ຈີນ, ກ່ອນ​ອື່ນ​ໝົດ​​ແມ່ນບໍ່​ປະ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ ​ແລະ ການ​ປະ​ທະ​ກັນຢ່າງ​ເດັດຂາດ. ຫຼັງ​ຈາກ​ນັ້ນ, 2 ຝ່າຍ​ຊອຫາ​ມາດ​ຕະການ​ແກ້​ໄຂ​ເພື່ອ​ຮ່ວມ​ມື​ໃນ​ບັນດາ​ເຂດ​ທີ່​ໄດ້​ກຳນົດ​ເຊິ່ງ 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ແລ້ວ​ຄື: ການ​ລາດ​ຕາ​ເວນ​ຮ່ວມ, ການ​ຮ່ວມ​ມື​ດ້ານ​ຕຳຫຼວດ​ທະ​ເລ, ຈັດ​ຕັ້ງ​ການ​ກູ້​ໄພ​ຫູ້ຊີບ… ຄະນະ​ຜູ້​ແທນ​ຫວຽດນາມ ຢືນຢັນ​ວ່າ, ທັດສະນະ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​​ໂດຍ​ອີງ​ໃສ່​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ