ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສູງທົ່ວໂລກGujarat Vibrant ຢູ່ ອິນເດຍ

ຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສູງທົ່ວໂລກGujarat Vibrant ຢູ່ ອິນເດຍ - ảnh 1
ຄະນະ​ປະຕິບັດ​ງານ ຫວຽດນາມ​ເຂົ້າ​ຮ່ວມລາຍການ​ໂຕະມົນ
(ພາບອິນເຕີແນັດ)

(vovworld) - ກອງ​ປະຊຸມ​ຂັ້ນ​ສູງ​ທົ່ວ​ໂລກ Gujarat Vibrant ​ໄດ້ດຳ​ເນີນ​​ໃນ​ລະຫວ່າງ​ວັນ​ທີ 10 – 13/01 ຢູ່ ອິນ​ເດຍ ດ້ວຍ​ຄາດໝາຍ​ຈຸດ​ສຸມ​ແມ່ນ “ພັດທະນາ​ເສດຖະກິດ ​ແລະ ສັງຄົມ​ຢ່າງໝັ້ນ​ຄົງ”. ກອງ​ປະຊຸມ​ຄັ້ງ​ທີ 8 ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດ ​ແລະ ການ​ນຳ​ລັດຖະບານ, ບັນດາການ​ນຳ​​​ທີ່​ມາ​ຈາກ​ບັນດາ​ກຸ່ມ​ບໍລິສັດ​ຕ່າງໆໃນ​ໂລກ, ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ, ບັນດາ​ຫົວໜ້າ​ສະ​ຖາ​ບັນ​ສາກົນ​ໃນ​ທົ່ວ​ໂລກ​ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ ​ ແລ​ະ ການ​ຮ່ວມ​ມື. ຄະນະ​ປະຕິບັດ​ງານ ຫວຽດນາມ ​ໂດຍ​ທ່ານ ກາວ​ກວກ​ຮື​ງ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳການ​ຄ້າ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ​ເຂົ້າ​ຮ່ວມລາຍການ​ໂຕະມົນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຫົວໜ້າ​ຄະນະ​ປະຕິບັດ​ງານ ​ແລະ ຜູ້ອຳນວຍການ​ໃຫຍ່​ ​ບັນດາ​ກຸ່ມ​ບໍລິສັດ​ໃຫຍ່ ອິນ​ເດຍ ​ແລະ ສາກົນ. ​ໃນ​ຂອບ​ເຂດ​ກອງ​ປະຊຸມ, ທ່າ​ນ ກາວ​ກວກ​ຮື​ງ ມີ​ການ​ເຮັດ​ວຽກ​ກັບ Infrastructure Leasing ​ແລະ Financial Services Limited (IL & FS) ​​ເຊິ່ງ​ແມ່ນກຸ່ມ​ບໍລິສັດ​ລົງທຶນ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ ​ແລະ ​ໄດ້​ລົງທຶນ​ເຂົ້າ​ໂຄງການ​ເສັ້ນທາງ​ຄວາມໄວສູງ ຮ່າ​ໂນ້ຍ - ຫາຍ​ຟ່ອງ, ຢ້ຽມຢາມ Gift City ນະຄອນ​ສະຫລາດ​ແຫ່ງ​ທຳ​ອິດ​ຂອງ ອິນ​ເດຍ, ​ເຮັດ​ວຽກ​ກັບ​ກະຊວງ​ເຫຼັກ​ກ້າ, ກະຊວງ​ພະລັງງານ​ຂອງ ອິນ​ເດຍ.

 

ຂ່າວ/ບົດ​ອື່ນ