ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີວ່າການກະຊວງປ້ອງກັນປະເທດບັນດາປະເທດອາຊຽນຄັ້ງທີ9

ຫວຽດນາມເຂົ້າຮ່ວມກອງປະຊຸມລັດຖະມົນຕີວ່າການກະຊວງປ້ອງກັນປະເທດບັນດາປະເທດອາຊຽນຄັ້ງທີ9 - ảnh 1
ພົນ​ເອກ ຟູ່ງກວາງ​ແທງ
(ພາບ: TTXVN)

(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ, ທ່ານ ພົນ​ເອກ ຟູ່ງກວາງ​ແທງ, ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດຫວຽດ​ນາມ ນ​ຳ​ໜ້າ​ຄະ​ນະ​ຜູ້​ແທນການ​ທະ​ຫານ​ຂັ້​ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 9 (ADMM – 9) ແລະ ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ການ​ບິນ - ການ​ເດີນ​​ທະ​ເລ​ສາກ​ົນ Langkawi (LIMA) ຢູ່ ມາ​ເລ​ເຊຍ ແຕ່​ວັນ​ທີ 14 – 18/3.

        ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມກອ​ງ​ປະ​ຊຸມລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ຄັ້​ງ​ທີ 9 ເພື່ອ​ແນ​ໃສ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃນ​ຂ​ອບ​ເຂດ ADMM, ສືບ​ຕໍ່ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ລິ​ເລີ່ມ​ຮ່ວມ​ມື​ປ​້ອງ​ກັນ​ປະ​ເທດ​ຂອງ ຫວຽດ​ນາມ ໃນ ອາ​ຊຽນ. ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ການ​ບິນ - ການ​ເດີນ​​ທະ​ເລສາກ​ົນ Langkawi (LIMA) ປີ 2015 ເພື່​ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ມາ​ເລ​ເຊຍ ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ