ຫວຽດນາມເຂົ້າຮ່ວມງານບຸນສີສັນອາຊຽນ2015ຢູ່ມາເລເຊຍ

ຫວຽດນາມເຂົ້າຮ່ວມງານບຸນສີສັນອາຊຽນ2015ຢູ່ມາເລເຊຍ - ảnh 1
ບັນ​ດາ​ເຍື່ອງ​ອາ​ຫານ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ນິ​ຍົມ​ຊົມ​ຊອບ
​ຈາກ​ເພື່ອນ​ມິດ​ສາ​ກົນ
(ພາບ: Kim Dung-Chí Giáp/Vietnam+)

(vovworld) –  ​ງານ​ບຸນ​ສີ​ສັນ ອາ​ຊຽນ 2015 ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ວັນ​ທີ 23/5, ຢູ່​ນະ​ຄອນຫຼວງ​ບໍ​ລິ​ຫານ Putrajaya ຂອງ​ປະ​ເທດ ມາ​ເລ​ເຊຍ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ໄວ​ໜຸ່ມ​ທີ່​ມາ​ຈາກ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽ​ນ, ໃນ​ນັ້ນ​ມີ ຫວຽດ​ນາມ. ງາ​ນ​ບຸນ​ໂດຍ​ກະ​ຊວງ​ຊາວ​ໜຸ່ມ ແລະ ກິ​ລາ ມາ​ເລ​ເຊຍ ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ ພົວ​ພັນ​ແລກ​ປ່ຽ​ນ​ລະ​ຫວ່າງ​ຊາວ​ໜຸ່ມ​ບັນ​ດາ​ປະ​ເທດ ອາ​ຊຽນ, ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ ອາ​ຊຽ​ນ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ. ບ​ັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ງານ​ບຸນ​ລວ​ມ​ມີ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຮ້ອງ​ລຳ​ທຳ​ເພງ, ແຂ່ງ​ລົດ, ໂຄ​ສະ​ນາ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ… ​ດ້ວຍຮ້ານ​ວາງ​ສະ​ແດງ​ເກືອບ 30 ຮ້ານ, ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ໄດ້​​ແນະ​ນຳ​ໃຫ້​ແຂກ​ເຂົ້າ​ຊົມ​​ຮູ້​ກ່ຽວ​ກັບ​ພາບ​ພົດ​ປະ​ເທດ​ຊາດ, ປະ​ຊາ​ຊົນ, ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ວັດ​ທະ​ນະ​ທຳ​ດ້ານ​ອາ​ຫານ​ການ​ກິນ​ທີ່​ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ສີ​ຂອງ​ປະ​ເທດ​ຕ່າງໆ.


ຂ່າວ/ບົດ​ອື່ນ