ຫວຽດນາມເຂົ້າຮ່ວມເວທີ ປາໄສສາກົນມະນຸດ ສະທຳຄັ້ງທີ 4 ຢູ່ Azerbaijan


ຫວຽດນາມເຂົ້າຮ່ວມເວທີ ປາໄສສາກົນມະນຸດ ສະທຳຄັ້ງທີ 4 ຢູ່ Azerbaijan - ảnh 1

(ພາບ: Bakuforum)

 (vovworld)- ​ ແຕ່​ວັນ​ທີ 2-4/10, ຢູ່​ນະຄອນຫຼວງ​ບາ​ກູ​ຂອງ Azerbaijan ​ໄດ້ຈັດ ເວທີ​ປາ​ໄສ​ສາກົນ​ມະນຸດສະທຳ​ປະຈຳ​ປີຄັ້ງທີ 4 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 500 ທ່ານ​ຊື່​ງ​ແມ່ນ​ບັນດາ​ນັກ​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ວິທະຍາສາດ, ສື່ສານ ​ແລະ ວັດທະນະທຳ​ທີ່​ມາ​ຈາກ 60 ປະ​ເທດ ​​ແນ​ໃສ່​ປຶກສາ​ຫາລື ​ແລະ ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ບັນດາ​ບັນຫາ​ທົ່ວ​ໂລກ​ພວມ​ວາງ​ອອກ​ບັນດາ​ສິ່ງ​ທ້າ​ທາຍ​ໃຫ້​ແກ່​ມະນຸດ​ໃນ​ສັດຕະວັດ​ທີ 21.

  ທີ່​ວາລະ​ປຶ​ກສາ​ຫາລື “ການ​ປ່ຽນ​ແປງ​ຂອງ​ສື່​ມວນ​ຊົນ​ໃນ​ສັງກະລາດ Digital: ບັນດາ​ທ່າ​ອ່ຽງພັດທະນາ​ໃໝ່“, ທ່ານ​ຫງວຽນ​ດັກ​ເລີ້​ຍ, ຜູ້ອຳນວຍການ​ໃຫ່ຍສຳນັກ​ຂ່າວສານ​ຫວຽດນາມ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ກ່ຽວ​ກັບ​ການ​ຂະຫຍາຍ​ຂອງ​ສື່​ອອນ​ລາຍ​ສັງຄົມ, ບັນດາ​ຮູບ​ແບບ​ການ​ພັດທະນາ​ຂອງ​ສື່​ມວນ​ຊົນ​ໃໝ່​ໃນ​ສັງຄົມ​ສື່ສານ./.

ຂ່າວ/ບົດ​ອື່ນ